ອິນ​ໂດ​ເນ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ກາຍ​ເປັນ​ສູນ​​ຜະ​ລິດວັກ​ຊິນ​ກັນ​ໂຄວິດ - 19 ຂອງ ອາ​ຊີ - ປາ​ຊີ​ຟິກ

(VOVWORLD) -ທ່ານນາງ  Retno Marsudi ກໍ່ຮຽກຮ້ອງໃຫ້ສູນຜະລິດວັກຊິນຕາມເຕັກໂນໂລຢີ mRNA ທີ່ໄດ້ສ້າງຕັ້ງຂຶ້ນຢູ່ ອາບຟຼິກກາໃຕ້ ຄວນທະວີຄູນຢູ່ບັນດາພາກພື້ນ ເພື່ອຍູ້ໄວການຜະລິດວັກຊິນ.



ອິນ​ໂດ​ເນ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ກາຍ​ເປັນ​ສູນ​​ຜະ​ລິດວັກ​ຊິນ​ກັນ​ໂຄວິດ - 19 ຂອງ ອາ​ຊີ - ປາ​ຊີ​ຟິກ - ảnh 1ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi  ກ່າວຄຳເຫັນທີ່ ກອງປະຊຸມ
(ພາບ: Tribunnews)

ໃນສະພາບການຈຳກັດແຫຼ່ງສະໜອງວັກຊິນໃນທົ່ວໂລກ, ອິນໂດເນເຊຍ ໄດ້ປະກາດວ່າ ພ້ອມແລ້ວທີ່ຈະກາຍເປັນສູນຜະລິດວັກຊິນກັນໂຄວິດ - 19 ຂອງພາກພື້ນອາຊີ - ປາຊີຟິກ. ຖະແຫຼງການດັ່ງກ່າວໂດຍແມ່ນທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ຍົກອອກມາຢູ່ກອງປະຊຸມຂອງສະພາ ສະຫະພັນວັກຊິນ Gavi ກັບບັນດາຜູ້ເປັນປະທານຮ່ວມຂອງ ກຸ່ມໃຫ້ຄຳໝັ້ນສັນຍາການຕະຫຼາດທີ່ກ້າວໜ້າ Covax (AMC). ໃນການຖະແຫຼງຂ່າວ ພາຍຫຼັງກອງປະຊຸມທີ່ໄດ້ຈັດຂຶ້ນໃນວັນທີ 29 ກັນຍາ, ທ່ານນາງ ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ຖືວ່າ ປັດຈຸບັນ, ໂລກພວມປະເຊີນໜ້າກັບການຈຳກັດແຫຼ່ງສະໜອງວັກຊິນ. ດັ່ງນັ້ນ, “ບັນດາຜູ້ຜະລິດວັກຊິນຕ້ອງເພີ່ມກຳລັງຄວາມສາມາດໃນການຜະລິດ”, ໃນຂະນະນັ້ນ “ບັນດາປະເທດພວມພັດທະນາຕ້ອງເຂົ້າຮ່ວມລະບົບສະໜອງວັກຊິນໃນທົ່ວໂລກ”.

ທ່ານນາງ  Retno Marsudi ກໍ່ຮຽກຮ້ອງໃຫ້ສູນຜະລິດວັກຊິນຕາມເຕັກໂນໂລຢີ mRNA ທີ່ໄດ້ສ້າງຕັ້ງຂຶ້ນຢູ່ ອາບຟຼິກກາໃຕ້ ຄວນທະວີຄູນຢູ່ບັນດາພາກພື້ນ ເພື່ອຍູ້ໄວການຜະລິດວັກຊິນ.

ເຮຶອງຈ່າ ນັກຂ່າວ VOV ປະຈຳ ອິນໂດເນເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ