ອິນໂດເນເຊຍ: ມີຜູ້ເສຍຊີວິດຍ້ອນນ້ຳແກ່ງກວ່າ 40 ຄົນ

(VOVWORLD) -       ໄລ່ຮອດຕອນເຊົ້າວັນທີ 17 ມີນາ, ບັນດາຕົວເລກສະຖິຕິໃນເບື້ອງຕົ້ນໃຫ້ຮູ້ວ່າ, ມີຜູ້ ເສຍຊີວິດ ຢ່າງໜ້ອຍສຸດມີ 42 ຄົນ ແລະ ນັບສີບຄົນຖືກຮັບບາດເຈັບ ພາຍຫຼັງເກີດສະພາບນ້ຳແກ່ງຢູ່ແຂວງ Papua, ທາງທິດຕາເວັນອອກອິນໂດເນເຊຍ.
ອິນໂດເນເຊຍ: ມີຜູ້ເສຍຊີວິດຍ້ອນນ້ຳແກ່ງກວ່າ 40 ຄົນ - ảnh 1(ພາບປະກອບ: AFP/TTXVN)

ຕາມວົງການເຈົ້າໜ້າທີ່ແຂວງແລ້ວ, ສາຍເຫດພາໄປເຖິງເກີດສະພາບນ້ຳແກ່ງຢູ່ Sentani, ໃກ້ກັບເມືອງເອກ Jayapura ຂອງແຂວງ Pupua, ແມ່ນຍ້ອນຝົນຕົກໜັກເກີດຂຶ້ນໃນວັນທີ 16 ມີນາ. ໂຄສົກອົງການໄພພິບັດແຫ່ງຊາດ Sutopo Purwo Nugroho ໃຫ້ຮູ້ວ່າ, ນອກຈາກຈຳນວນຜູ້ເສຍຊີວິດນັ້ນ, ຢ່າງໜ້ອຍສຸດມີ 21 ຄົນຖືກຮັບບາດເຈັບ ແລະ ເຮືອນຊານນັບສີບຫຼັງຖືກເປເພ. ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບອາດຈະເພີ່ມຂຶ້ນ ເມື່ອກຳລັງກູ້ໄພກູ້ຊີບພວມໄປເຖິງບັນດາເຂດຖືກຜົນສະທ້ອນ.

ຕອບກັບ

ຂ່າວ/ບົດ​ອື່ນ