ອິນໂດເນເຊຍເລີ່ມດຳເນີນການເລືອກຕັ້ງປະທານາທິບໍດີແລະອົງການນິຕິບັນຍັດທຸກຂັ້ນ

(VOVWORLD) -ຕອນເຊົ້າວັນທີ 17 ເມສາ, ອິນໂດເນເຊຍ ໄດ້ເລີ່ມດຳເນີນການປ່ອນບັດ ເຊິ່ງໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາການເລືອກຕັ້ງໃຫຍ່ກວ່າໝູ່ໃນໂລກ ທີ່ດຳເນີນເປັນເວລາ 1 ວັນ.

ຕາມນັ້ນແລ້ວ, ຜູ້ມີສິດເລືອກຕັ້ງອິນໂດເນເຊຍ ກວ່າ 190 ລ້ານຄົນມີສິດປ່ອນບັດ, ຄາດວ່າຈະໄປປະຕິບັດສິດຂອງຕົນ ພາຍຫຼັງບັນດາສະຖານທີ່ປ່ອນບັດເລີ່ມເປີດປະຕູໃນເວລາ 7 ໂມງ (ຕາມເວລາທ້ອງຖິ່ນ) ຢູ່ Papua ແລະ ຄາດວ່າຈະສິ້ນສຸດລົງໃນເວລາ 13 ໂມງຢູ່ Sumatra.

        ໃນບັນດາການເລືອກຕັ້ງ, ຜູ້ມີສິດເລືອກຕັ້ງຈະປ່ອນບັດເລືອກຕັ້ງບັນດາຕຳແໜ່ງປະທານາທິບໍດີ, ຮອງປະທານາທິບໍດີ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນລວມ 20.000 ທ່ານ. ການເລືອກຕັ້ງປີນີ້ໂດຍມີການເຂົ້າຮ່ວມຂອງຜູ້ອອກສະໝັກຮັບເລືອກຕັ້ງ 245.000 ຄົນ ທີ່ຕາງໜ້າໃຫ້ 6 ພັກການເມືອງໃນທົ່ວປະເທດ.

        ບັນດານັກສັງເກດການຕີລາຄາວ່າ, ການເລືອກຕັ້ງຄັ້ງນີ້ມີຂອບຂະໜາດໃຫຍ່ ແລະ ສັບສົນທີ່ສຸດໃນໂລກ. ຜູ້ທີ່ຮັບໄຊຊະນະໃນການແຂ່ງຂັນຫາສຽງເລືອກຕັ້ງປະທານາທິບໍດີຈະເຂົ້າສາບານຕົວດຳລົງຕຳແໜ່ງໃນເດືອນ ຕຸລາ 2019.

ຕອບກັບ

ຂ່າວ/ບົດ​ອື່ນ