ອີ​ຢູ ຈັດ​ເພີ່ມ​ເຕີມ 11 ປະ​ເທດ ແລ​ະ ເຂດ​ແຄວ້​ນ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ​ທີ່​ໄປ​ມາ​ໄດ້​ຢ່າງປອດ​ໄພ

(VOVWORLD) -     ສະຫະພາບເອີຣົບ (ອີຢູ) ໄດ້ເຫັນດີຈັດ ການາດາ ພ້ອມດ້ວຍ 10 ປະເທດ ແລະ ເຂດແຄວ້ນອື່ນ ເຂົ້າໃນບັນຊີລາຍຊື່ບັນດາປະເທດ ແລະ ເຂດແຄວ້ນທີ່ສາມາດໄປ - ມາ ໄດ້ຢ່າງປອດໄພ ໂດຍບໍ່ຈຳເປັນຕ້ອງມີເຫດຜົນທີ່ຈຳເປັນ.
ອີ​ຢູ ຈັດ​ເພີ່ມ​ເຕີມ 11 ປະ​ເທດ ແລ​ະ ເຂດ​ແຄວ້​ນ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ​ທີ່​ໄປ​ມາ​ໄດ້​ຢ່າງປອດ​ໄພ - ảnh 1ສະໜາມບິນສາກົນ Toronto ຢູ່ Mississauga, Ontario, ການາດາ (ພາບ: THX/TTXVN)

ຕາມບັນດານັກການທູດ ອີຢູ ແລ້ວ, ຜູ້ຕາງໜ້າ 27 ປະເທດສະມາຊິກ ອີຢູ ໄດ້ເຫັນດີເປັນເອກະພາບບັນຊີລາຍຊື່ເພີ່ມເຕີມດັ່ງກ່າວ ໃນກອງປະຊຸມວັນທີ 30 ມິຖຸນາ ແລະ ຂໍ້ຕົກລົງດັ່ງກ່າວຈະມີຜົນສັກສິດໃນຊຸມວັນຈະມາເຖິງ. ບັນຊີລາຍຊື່ເພີ່ມເຕີມ ລວມມີ ອາກເມເນຍ, ອາແຊັກໄບຢານ, ບົດສະນີ - ແຮັກເຊໂກວີນາ, ບຣູໄນ, ການາດາ, ຈໍແດນ, Kosovo (Serbia), ມົນດາວີ, Montenegro, ກາຕາ ແລະ ອາຣັບບີ ສະອຸດິ. ອັງກິດ ບໍ່ນອນໃນບັນຊີລາຍຊື່ດັ່ງກ່າວ.

        ເຖິງຢ່າງໃດກໍຕາມ, ບັນດ0າປະເທດສະມາຊິກ ອີຢູ ກໍຍັງສາມາດຮຽກຮ້ອງໃຫ້ແຈ້ງໃບຢັ້ງຢືນການກວດວິໄຈເປັນລົບກັບເຊື້ອພະຍາດໂຄວິດ - 19 ຫຼື ປະຕິບັດແຍກຕົວ.


ຕອບກັບ

ຂ່າວ/ບົດ​ອື່ນ