ອີ​ຢູ ຍັງ​ບໍ່​ຕົກລົງ​ເປັນ​ເອ​ກະ​ພາບ​ແຜນ​ການ​ໃຊ້​ຈ່າຍລວມ ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ບັນດາປະເທດ ອີຢູ ພວມຍົກອອກຂໍ້ສະເໜີບາງຢ່າງ, ແຕ່ພັດເກີດຄວາມບໍ່ລົງລອຍກັນ ເມື່ອມີບາງປະເທດເອີຣົບເໜືອ ບໍ່ສະໜັບສະໜູນຄຳຮຽກຮ້ອ້ງ ສ້າງ ງົບປະມານຮ່ວມ ແລະ ກູ້ຢືນເງິນ ເພື່ອຊ່ວຍການສ້າງພື້ນຖານເສດຖະກິດຄືນໃໝ່.
ອີ​ຢູ ຍັງ​ບໍ່​ຕົກລົງ​ເປັນ​ເອ​ກະ​ພາບ​ແຜນ​ການ​ໃຊ້​ຈ່າຍລວມ ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1 (ພາບ: AFP/TTXVN)


       
ໃນຂະນະທີ ອາເມລິກາ, ຈີນ ແລະ ບັນດາພື້ນຖານເສດຖະກິດໃຫຍ່ອື່ນໆ ໄດ້ວາງອອກບັນດາແຜນການການເງິນ ເພື່ອຮັບມືກັບວິກິດການເສດຖະກິດ ຍ້ອນໂລກລະບາດໂຄວິດ - 19ນັ້ນ, ເບິ່ງຄືວ່າ ເອີຣົບ ຍັງບໍ່ທັນຕົກລົງເປັນເອກະພາບກັນໄດ້ເທື່ອ ຍ້ອນຄວາມບໍ່ລົງລອຍກັນກ່ຽວກັບທັດສະນະພາຍໃນກຸ່ມ. ປັດຈຸບັນ, 27 ປະເທດສະມາຊິກ ອີຢູ ພວມຮັບມືກັບໂລກລະບາດໂຄວິດ - 19 ດ້ວຍແຜນການໃຊ້ຈ່າຍຂອງໃຜຂອງລາວ, ໃນນັ້ນ ບັນດາປະເທດຮັ່ງມີຄື ເຢຍລະມັນ ແລະ ໂຮນລັງ ອາດຈະປະຕິບັດບັນດາບ້ວງຄ່າໃຊ້ຈ່າຍໃຫຍ່, ໄປຄຽງຄູ່ກັນນັ້ນ, ບັນດາປະເທດມີມີບ້ວງໜີ້ສິນໃຫຍ່ຄື ແອັດສະປາຍ ແລະ ອີຕາລີ ພວມຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍ້ອນໂລກລະບາດໂຄວິດ - 19 ແລະ ແຫຼ່ງກຳລັງດ້ານການເງິນແມ່ນບໍ່ພຽງພໍ. ເພື່ອແບ່ງເບົ່າຄວາມຫຍຸ້ງຍາກດັ່ງກ່າວໄດ້ດີກວ່າ, ບັນດາປະເທດ ອີຢູ ພວມຍົກອອກຂໍ້ສະເໜີບາງຢ່າງ, ແຕ່ພັດເກີດຄວາມບໍ່ລົງລອຍກັນ ເມື່ອມີບາງປະເທດເອີຣົບເໜືອ ບໍ່ສະໜັບສະໜູນຄຳຮຽກຮ້ອ້ງ ສ້າງ ງົບປະມານຮ່ວມ ແລະ ກູ້ຢືນເງິນ ເພື່ອຊ່ວຍການສ້າງພື້ນຖານເສດຖະກິດຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ