ອີຢູ, ອົດສະຕາລີ ບັນລຸຄວາມກ້າວໜ້າໃນການເຈລະຈາ FTA

(VOVWORLD) - FTA EU ແລະ ອົດສະຕາລີ ຈະອະນຸຍາດໃຫ້ EU ຫລຸດຜ່ອນການເອື້ອອີງເຂົ້າສິນຄ້ານຳເຂົ້າຈາກ ລັດເຊຍ ແລະ ຈີນ

ສະຫະພາບ ເອີລົບ (EU) ແລະ ອົດສະຕາລີ ບັນລຸໄດ້ຄວາມກ້າວໜ້າໃນການເຈລະຈາມຸ່ງໄປເຖິງຂໍ້ຕົກລົງການຄ້າເສລີ (FTA). ຖະແຫຼງການນີ້ໂດຍທ່ານ Olivier Becht, ລັດຖະມົນຕີກະຊວງການຄ້າ ຝລັ່ງ ເຜີຍໃຫ້ສື່ມວນຊົນຮູ້ໃນວັນທີ 27 ຕຸລາ ໃນການຢ້ຽມຢາມ ຍີ່ປຸ່ນ ເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີການຄ້າ ຂອງກຸ່ມບັນດາປະເທດ ອຸດສາຫະກຳ ພັດທະນາ (G7).

        ເມື່ອແບ່ງປັນກັບບັນດານັກຂ່າວ, ທ່ານລັດຖະມົນຕີ Olivier Becht ໃຫ້ຮູ້ວ່າ: EU ແລະ ອົດສະຕາລີ ໄດ້ຮັບຮູ້ບາງຄວາມຄືບໜ້າຕັ້ງໜ້າໃນການເຈລະຈາ FTA ແລະ ທີ່ສອງຝ່າຍອາດຈະບັນລຸໄດ້ຂໍ້ຕົກລົງດ້ານເຕັກນິກໃນກອງປະຊຸມຈະຈັດຂຶ້ນໃນທ້າຍອາທິດນີ້. FTA EU ແລະ ອົດສະຕາລີ ຈະອະນຸຍາດໃຫ້ EU ຫລຸດຜ່ອນການເອື້ອອີງເຂົ້າສິນຄ້ານຳເຂົ້າຈາກ ລັດເຊຍ ແລະ ຈີນ , ພ້ອມທັງຊ່ວຍໃຫ້ອົດສະຕາລີ ຫລຸດຜ່ອນການເອື້ອອີງເຂົ້າຕະຫຼາດ ຈີນ ໃນການສົ່ງອອກຜະລິດຕະພັນກະເສດ ແລະ ຂຸດຄົ້ນບໍ່ແຮ່.

ຕອບກັບ

ຂ່າວ/ບົດ​ອື່ນ