ອີຢູຕໍ່ກຳນົດເວລາບັນດາມາດຕະການລົງໂທດສ່ວນບຸກຄົນລັດເຊຍ ແລະ ຢູແກຼນບາງຄົນ

ອີຢູຕໍ່ກຳນົດເວລາບັນດາມາດຕະການລົງໂທດສ່ວນບຸກຄົນລັດເຊຍ ແລະ ຢູແກຼນບາງຄົນ - ảnh 1
(ພາບ​ປະ​ກອ​ບ: Local)

(vovworld) - ​​​​ວັນ​ທີ 13/03, ສະ​ພາ​ເອີ​ລົບ (EC) ໄດ້​ອອກ​ຂໍ້​ຕົກ​ລົງ​ຕໍ່​ກຳ​ນົດ​ເວ​ລາ​ຕື່ມ​ອີກ 6 ເດືອນ, ໝາຍ​ຄວາມ​ວ່າ​ຮອດ​ວັນ​ທີ 15/09/2017, ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ສຳ​ລັບ​​ບາງສ່ວນບ​ຸກ​ຄົນ ແລະ ​ຫົວ​ນ່ວຍ​ຂອງ ລັດ​ເຊຍ ແລະ ຢູ​ແກຼນ ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ປະ​ທະ​ກັນ​ຢູ່​ປະ​ເທດ ເອີ​ລົບ​ຕາ​ເວັນ​ອອກ​ນີ້. ຄຳ​ສັ່ງ​ລົງ​ໂທດ​ຂອງ​ສະ​ຫະ​ພາບ​ເອີ​ລົບ (EU) ລວມ​ມີ​ການ​ປິດ​ລ້ອມ​ຊັບ​ສົມ​ບັດ ແລະ ຫ້າມ​ເຂົ້າ​​ເມືອງ​ເອີ​ລົບ. EU ໄດ້​ຮັບ​ຮອງ​ເອົາ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ດັ່ງ​ກ່າວ​ດ້ວຍ​ສາຍ​ເຫດ​ແມ່ນ​ເພື່ອ “ຕ້ານ​ຄືນ​ບັນ​ດາ​ໄພ​ນາ​ບ​ຄູ່​ເຖິງ​​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ແລະ ເອ​ກະ​ລາດ​ຂອງ​ຢູ​ແກຼນ”. ນັບ​ແຕ່​​ພາຍ​ຫຼັງການ​​ລົງ​ປະ​ຊາ​ມະ​ຕິຢູ່​ແກຼມ ກຣືມ ດ້ວຍ​ໝາກ​ຜົນ​ເຂດ​ດິນ​ແດນ​ດັ່ງ​ກ່າວ​ເຫັນ​ດີ​ໂຮມ​ເຂົ້າ​ກັບລັດ​ເຊຍ ຄືນ​ໃໝ່, EU ໄດ້​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ ແລະ ຕ​ໍ່​ກຳ​ນົດ​ເວ​ລາ​ລົງ​ໂທດເປັນ​ຫຼາຍ​ຄັ້ງ​​ແລ້ວສຳ​ລັບ​ບາງ​ສ່ວນ​ບຸກ​ຄົນ ແລະ ​ຫົວ​ໜ່ວຍທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​.

ຂ່າວ/ບົດ​ອື່ນ