ອີຢູຫລຸດຜ່ອນນະໂຍບາຍ“ຮັດເຂັມຄັດ”ເພື່ອຟື້ນຕົວເສດຖະກິດ

ອີຢູຫລຸດຜ່ອນນະໂຍບາຍ“ຮັດເຂັມຄັດ”ເພື່ອຟື້ນຕົວເສດຖະກິດ - ảnh 1
ພາບປະກອບ: internet


(vovworld)- ສະຫະພາບ​ເອີ​ລົບ(ອີ​ຢູ) ຫາ​ກໍ່​ມີ​ການ​ກະທຳ​ຫລຸດຜ່ອນ​ນະ​ໂຍບາຍ​ຮັດ​ເຂັມຄັດ ຊື່​ງ​ກໍ່​ໃຫ້​ເກີດ​ກະ​ແສ​ຟອງ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ທົ່ວທະວີບ​ນີ້​ໃນ​ໄລຍະ​ຜ່ານ​ມາ ​ເມື່ອ​ວັນ​ທີ 29/5 ​ໄດ້​ຕົກລົງ​ອະນຸຍາດ​ໃຫ້​ຝລັ່ງ ​​ແອດ​ສະ​ປາຍ ​ແລະ 4 ປະ​ເທດ​ອື່ນ​​ ​ມີ​ເວລາຕື່ມ​ອີກ​ເພື່ອ​ດຳ​ເນີນ​ການ​ຫລຸດຜ່ອນ​ກາ ນ​ຂາດ​ດຸນ​ລົງ​ຢູ່​ໃນລະດັບ​​ເພດານ​ທີ່​ໄດ້​ກຳນົດ​ແມ່ນ 3% ຂອງ GDP. ຕາມ​ທ່ານປະທານ EC Jose Manuel Barroso ​ແລ້ວ,​​ເລື່ອງ​ປະຕິ​ຮູບ​ຕ້ອງ​ໄດ້​ຮັບ​ການ​ຍູ້​ໄວ​ຢູ່​ທຸກ​ປະ​ເທດ​ສະມາຊິກ ອີ​ຢູ ​ເພື່ອ​ເຮັດ​ໃຫ້​ກຸ່ມ​ນີ້​ຫລຸດ​ພົ້ນ​ອອກ​ຈາກ​ວິ​ກິດ​ການ​ທີ່​ແກ່ຍາວ​ໃນ​ຕະຫລອດ 3 ປີຜ່ານມາ. ສຳລັບ ຝລັ່ງ​, ຊື່​ງ​ແມ່ນ​ພື້ນຖານ​ເສດຖະກິດ​​ໃຫຍ່​ອັນ​ດັບ​ສອງ​ຂອງ​ເຂດ​ນຳ​ໃຊ້​ສະກຸນ​ເງິນ​ເອີ​ໂຣລວມ, ທ່ານ Barroso ​ເນັ້ນ​ຫນັກ​ວ່າ: ປາຣີ ຄວນ​ນຳ​ໃຊ້​ເວລາ​​ເພີ່ມ​ຂຶ້ນ​ນັ້ນ​ເພື່ອ​ຊ່ວຍ​ພື້ນຖານ​ເສດຖະກິດ​ຝລັ່ງ​ມີຄວາມ​ສາມາດ​ແກ້ງ​ແຍ້​ງ ພ້ອມ​ທັງ​ເລັ່ງລັດ​ປະ​ເທດ​ນີ້​ປະຕິບັດ​ບັນດາ​ການ​ປະຕິ​ຮູບ​ມຸ່ງ​​ໄປ​ເຖິງ​ຈຸດໝາຍ​ຊຸກຍູ້​ການ​ເຕີບ​ໂຕ, ສ້າງ​ວຽກ​​ເຮັດ​ງານທຳ ​ແລະ ປັບປຸງ​ດ້ານ​ການ​ເງິນ​ຂອງ​ລັດ. ​ໃນ​ຂະນະ​ນັ້ນ ສຳລັບ​ແອດ​ສະ​ປາຍ, ທ່ານ Barroso ຖື​ວ່າ ຄຽງ​ຄູ່​ກັບ​ການ​ປະຕິ​ຮູບ, Madrid ຄວນ​ຄິດ​ພິຈາລະນາ​ທຸກ​ໂຄງການ​ຫລຸດຜ່ອນຢ່າງ​ລະອຽດ​ເພື່ອ​ຊ່ວຍ​ພື້ນຖານ​ເສດຖະກິດ​​ໃຫຍ່​ອັນ​ດັບ 4 ຂອງ ເຂດ​ນຳ​ໃຊ້​ສະກຸນ​ເງິນ​ເອີ​ໂຣລວມ ຟື້ນ​ຟູ​ຢ່າງ​ວ່ອງ​ໄວ. ບັນດາ​ຄຳ​ສະ​ເຫ​ນີດັ່ງກ່າວ​ຈະ​ກາຍ​ເປັນ​ເອກະສານ​ນິຕິ​ກຳຖ້າ​ຫາກໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ບັນດາ​ການ​ນຳ​ອີ​ຢູທີ່​ກອງ​ປະຊຸມ​ສຸດ​ຍອດ​ຊື່​ງຈັດ​ຂຶ້ນ​ໃນ​ເດືອນ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ