ອີຢູແລະເມັກຊີໂກບັນລຸຂໍ້ຕົກລົງເບື້ອງຕົ້ນກ່ຽວກັບ FTA ໃໝ່

(VOVWORLD) -ວັນທີ 21 ເມສາ, ສະຫະພາບເອີລົບ (ອີຢູ) ແລະ ເມັກຊີໂກ ບັນລຸໄດ້ຂໍ້ຕົກລົງເບື້ອງຕົ້ນກ່ຽວກັບສັນຍາການຄ້າເສລີ (FTA) 2 ຝ່າຍສະບັບໃໝ່, ພາຍຫຼັງເຈລະຈາກ່ຽວກັບດ້ານເຕັກນິກມາເປັນ 9 ຄັ້ງທີ່ແກ່ຍາວເປັນເວລາເກືອບ 2 ປີ.

ອີຢູແລະເມັກຊີໂກບັນລຸຂໍ້ຕົກລົງເບື້ອງຕົ້ນກ່ຽວກັບ FTA ໃໝ່ - ảnh 1

 2 ຝ່າຍລ້ວນແຕ່ເປີດອົກເປີດໃຈກັບວົງການວິສາຫະກິດ,

ເຊື່ອໝັ້ນຕໍ່ການຄ້າ “ເປີດອົກເປີດໃຈ, ຍຸຕິທຳ ແລະ ໝັ້ນຄົງ”

(ພາບ: AFP)

ໃນແຈ້ງການຮ່ວມ, ທ່ານນາງກຳມະການອີຢູ ຮັບຜິດຊອບດ້ານການຄ້າ Cecilia Malmstrom, ທ່ານກຳມະການອີຢູ ຮັບຜິດຊອບດ້ານກະສິກຳ ແລະ ພັດທະນາຊົນນະບົດ Phil Hogan ແລະ ທ່ານລັດຖະມົນຕີເສດຖະກິດເມັກຊີໂກ Ildefonso Guajardo, ໃຫ້ຮູ້ວ່າ, ເມື່ອທຽບໃສ່ສັນຍາສະບັບເກົ່າປີ 2000, FTA ໄດ້ຍົກລະດັບລະຫວ່າງ 2 ຝ່າຍ ທີ່ໄດ້ເພີ່ມເຕີ່ມບັນດາຜະລິດຕະພັນກະສິກຳ, ການບໍລິການ, ການລົງທຶນ, ການຊື້ຂາຍພາກລັດ, ພ້ອມກັບບັນດາມາດຕະຖານແຮງງານ ແລະ ປົກປັກຮັກສາສິ່ງແວດລ້ອມ. ທ່ານກຳມະການ Malmstrom ຢືນຢັນວ່າ, ຂໍ້ຕົກລົງສະບັບໃໝ່ແມ່ນສັນຍານຊີ້ໃຫ້ເຫັນວ່າ ທັງອີຢູ ແລະ ເມັກຊີໂກ ບໍ່ພຽງແຕ່ສ້າງບັນດາຄວາມສາມາດບົ່ມຊ້ອນດ້ານເສດຖະກິດເທົ່ານັ້ນ, ຫາກຍັງສົ່ງສັນຍາກັບໂລກວ່າ, 2 ຝ່າຍລ້ວນແຕ່ເປີດອົກເປີດໃຈກັບວົງການວິສາຫະກິດ, ເຊື່ອໝັ້ນຕໍ່ການຄ້າ “ເປີດອົກເປີດໃຈ, ຍຸຕິທຳ ແລະ ໝັ້ນຄົງ”.

ຕອບກັບ

ຂ່າວ/ບົດ​ອື່ນ