ອີ​ຣານ ​ຕັດ​ສິນ​ໃຈ​ແກ້​ໄຂ​ “ບັນ​ຫາ​​ທີ່ເຂົ້າ​ໃຈ​ຜິດ” ກັບ IAEA

(VOVWORLD) - ອີຣານຈະບໍ່ປະໃຫ້ ມີບາງຖະແຫຼງການທີ່ບໍ່ມີບ່ອນອີງປະກົດມີຢູ່ຕາມ ພາຫະນະສື່ມວນຊົນຕ້ານຄືນບັນດາການເຄື່ອນໄຫວນິວເຄຼຍ ເພື່ອເປົ້າໝາຍສັນຕິພາບ ຂອງປະເທດນີ້
ອີ​ຣານ ​ຕັດ​ສິນ​ໃຈ​ແກ້​ໄຂ​ “ບັນ​ຫາ​​ທີ່ເຂົ້າ​ໃຈ​ຜິດ” ກັບ IAEA - ảnh 1ທ່ານ Nasser Kanaani ໂຄສົກກະຊວງການຕ່າງປະເທດ ອີຣານ (ພາບ: AP)

ວັນທີ 8 ພຶດສະພາ, ໂຄສົກກະຊວງການຕ່າງປະເທດອີີຣານ ໃຫ້ຮູ້ວ່າ ອີຣານ ມີຄວາມເຂັ້ມງວດໃນການແກ້ໄຂບັນດາບັນຫາທີ່ເຂົ້າໃຈຜິດ ກັບອົງການພະລັງງານປະລາມານູສາກົນ (IAEA). ຕາມທ່ານ Nasser Kanaani ໂຄສົກກະຊວງການຕ່າງປະເທດ ອີຣານແລ້ວ, ການຕິດຕັ້ງບັນດາກອງວົງຈອນຕິດຕາມກວດກາຂອງ IAEA ຢູ່ບັນດາຮາກຖານນິວເຄຼຍຂອງ ອີຣານແມ່ນນອນໃນຂອບເຂດຂໍ້ຕົກລົງທີ່ບັນລຸໄດ້ກ່ອນນັ້ນ ລະຫວ່າງປະເທດນີ້ ແລະ IAEA. ສ່ວນອີຣານ ພວມປະຕິບັດຕາມຂັ້ນຕອນທີ່ໄດ້ຮັບການເຫັນດີເປັນເອກະພາບໃນການໄປຢ້ຽມຢາມເຕເຮຣານ ຂອງ ທ່ານຜູ້ອຳນວຍການໃຫຍ່ IAEA Rafael Grossi ໃນຕົ້ນເດືອນມີນາ ຜ່ານມາ. ອີຣານຈະບໍ່ປະໃຫ້ ມີບາງຖະແຫຼງການທີ່ບໍ່ມີບ່ອນອີງປະກົດມີຢູ່ຕາມ ພາຫະນະສື່ມວນຊົນຕ້ານຄືນບັນດາການເຄື່ອນໄຫວນິວເຄຼຍ ເພື່ອເປົ້າໝາຍສັນຕິພາບ ຂອງປະເທດນີ້, ກໍ່ຄືບໍ່ປະໃຫ້ບັນດາຂໍ້ມູນນີ້ ກໍ່ຜົນສະທ້ອນຕໍ່ການຮ່ວມມືກັບ IAEA

ຕອບກັບ

ຂ່າວ/ບົດ​ອື່ນ