ອີຣານ ນຳໃຊ້ລະບົບປ້ອງກັນອາກາດພາຍໃນປະເທດຍິງ UAV ຕ່າງປະເທດຕົກ

(VOVWORLD) - Mersad ແມ່ນລະບົບປ້ອງກັນອາກາດໄລຍະກາງ, ສາມາດກວດພົບ ແລະ ຍິງຖືກບັນດາເປົ້າໝາຍນ້ອຍທີ່ສຸດໄດ້ຢ່າງຊັດເຈນ.
ອີຣານ ນຳໃຊ້ລະບົບປ້ອງກັນອາກາດພາຍໃນປະເທດຍິງ UAV ຕ່າງປະເທດຕົກ - ảnh 1  ທ່ານພົນຈັດຕະວາ Abdolrahim Mousavi (ພາບ:mehrnews)

ວັນທີ 10 ພະຈິກ, ທ່ານພົນຈັດຕະວາ Abdolrahim Mousavi, ຜູ້ບັນຊາການກຳລັງທະຫານບົກ ອີຣານ ໃຫ້ຮູ້ວ່າ: ກອງທັບປະເທດນີ້ໄດ້ນຳໃຊ້ລະບົບລູກສອນໄຟປ້ອງກັນອາກາດທີ່ຜະລິດພາຍໃນປະເທດທີ່ມີຊື່ວ່າ Mersad ຍິງໃສ່ເຄື່ອງບິນບໍ່ມີຄົນຂັບ (UAV) ຕົກ ເມື່ອພວມບິນເຂົ້າເຂດນ່ານຟ້າ. ຕາມທ່ານ Mousavi ແລ້ວ, ກອງທັບ ອີຣານ ຍັງບໍ່ທັນເກັບໂຮມບັນດາສະເກັດແຕກຂອງເຄື່ອງບິນ UAV ຢູ່ນະຄອນທ່າກ່ຳປັ່ນ Mahshahr ທາງທິດຕາເວັນຕົກສ່ຽງໃຕ້ຂອງປະເທດນີ້ ໄດ້ຢ່າງຄົບຖ້ວນ, ສະນັ້ນ, ຍັງບໍ່ທັນຮັບຮູ້ໄດ້ວ່າເຄື່ອງບິນນັ້ນແມ່ນຂອງປະເທດໃດ.

Mersad ແມ່ນລະບົບປ້ອງກັນອາກາດໄລຍະກາງ, ສາມາດກວດພົບ ແລະ ຍິງຖືກບັນດາເປົ້າໝາຍນ້ອຍທີ່ສຸດໄດ້ຢ່າງຊັດເຈນ.

ຕອບກັບ

ຂ່າວ/ບົດ​ອື່ນ