ອີຣານ ຢັ້ງຢືນ ກຽມພ້ອມແລກປ່ຽນນັກໂທດກັບ ອາເມລິກາ

(VOVWORLD) - ອີຣານ ໄດ້ປະກາດກຽມພ້ອມແລກປ່ຽນນັກໂທດ. ບັນດາການເຈລະຈາໄດ້ຮັບການຜັນຂະຫຍາຍຕາມບັນດາວິທີການທີ່ແຕກຕ່າງກັນ ແລະ ສອງຝ່າຍບັນລຸໄດ້ບັນດາຂໍ້ຕົກລົງທີ່ຈຳເປັນ, ປະຈຸບັນ, ແມ່ນຈຸດເວລາທີ່ ອາເມລິກາ ຕັດສິນໃຈປະຕິບັດຂໍ້ຕົກລົງນີ້ຫຼື ບໍ່?
ອີຣານ ຢັ້ງຢືນ ກຽມພ້ອມແລກປ່ຽນນັກໂທດກັບ ອາເມລິກາ - ảnh 1ທ່ານ Nasser Kanaani, ໂຄສົກກະຊວງການຕ່າງປະເທດ ອີຣານ (ພາບ: IRNA/TTXVN)

ທ່ານ Nasser Kanaani, ໂຄສົກກະຊວງການຕ່າງປະເທດ ອີຣານ ໄດ້ເຕື້ອງເຖິງເລື່ອງ ອີຣານ ໄດ້ກຽມພ້ອມແລກປ່ຽນນັກໂທດກັບ ອາເມລິກາ. ວັນທີ 18 ກັນຍາ, ສຳນັກຂ່າວສານ ນັກສຶກສາ ອີຣານ (ISNA) ໄດ້ຄັດສະເໜີຄຳເວົ້າຂອງທ່ານ Nasser Kanaani ໂດຍໃຫ້ຮູ້ວ່າ: ອີຣານ ໄດ້ປະກາດກຽມພ້ອມແລກປ່ຽນນັກໂທດ. ບັນດາການເຈລະຈາໄດ້ຮັບການຜັນຂະຫຍາຍຕາມບັນດາວິທີການທີ່ແຕກຕ່າງກັນ ແລະ ສອງຝ່າຍບັນລຸໄດ້ບັນດາຂໍ້ຕົກລົງທີ່ຈຳເປັນ, ປະຈຸບັນ, ແມ່ນຈຸດເວລາທີ່ ອາເມລິກາ ຕັດສິນໃຈປະຕິບັດຂໍ້ຕົກລົງນີ້ຫຼື ບໍ່?. ທ່ານ ຢັ້ງຢືນວ່າ: ຂໍ້ສະເໜີແລກປ່ຽນນັກໂທດລະຫວ່າງ ເຕເຮຣານ ແລະ ວໍຊິງຕັນ ບໍ່ກ່ຽວຂ້ອງເຖິງເລື່ອງປະຕິບັດສຳເລັດບັນດາການເຈລະຈາເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ທີ່ມີຊື່ທາງການວ່າ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA) ທີ່ ອີຣານ ແລະ ກຸ່ມ P5+1 (ເຊິ່ງລວມມີ ອັງກິດ, ຝລັ່ງ, ລັດເຊຍ, ອາເມລິກາ, ຈີນ ແລະ ເຢຍລະມັນ) ລົງນາມ ໃນປີ 2015.

        ອີຣານ ພວມຊຸກຍູ້ເພື່ອຊ່ວຍໃຫ້ຊາວ ອີຣານ ກ່ວາ 10 ຄົນທີ່ຖືກຈັບຕົວຢູ່ ອາເມລິກາ ຈະໄດ້ຮັບການປ່ອຍຕົວເປັນອິດສະຫຼະ. ໃນຂະນະນັ້ນ, ທ່ານ Antony Blinken, ລັດຖະມົນຕີການຕ່າງປະເທດ ອາເມລິກາ ເນັ້ນໜັກວ່າ: ອາເມລິກາ ຕັດສິນໃຈຮຽກຮ້ອງໃຫ້ປ່ອຍຕົວ ຊາວ ອາເມລິກາ ທຸກຄົນທີ່ຖືກຝ່າຍ ອີຣານ ຈັບຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ