ອີ​ຣານ ຫຼຸດ​ຜ່ອນ​​ກຳ​ລັງຄວາມ​ສາ​ມາດ​ເສີມ​ທາດ​ຢູ​ລານຽມ ຖ້າຫາກ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຟື້ນ​ຟູ JCPOA

(VOVWORLD) -     ອີຣານ ໄດ້ແຈ້ງໃຫ້ຊາບວ່າ ຈະຫຼຸດຜ່ອນກຳລັງຄວາມສາມາດເສີມທາດຢູລານຽມ ແລະ ຈຳນວນຈັກພົ້ນສູນ ຖ້າຫາກວ່າການເຈລະຈາຮອບຕ່າງໆຢູ່ ວຽນ, ປະເທດໂອຕາລິດ ບັນລຸໄດ້ເປົ້າໝາຍຟື້ນຟູຂໍ້ຕົກລົງນິວເຄຼຍ ທີ່ໄດ້ລົງນາມໃນປີ 2015.
ອີ​ຣານ ຫຼຸດ​ຜ່ອນ​​ກຳ​ລັງຄວາມ​ສາ​ມາດ​ເສີມ​ທາດ​ຢູ​ລານຽມ ຖ້າຫາກ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຟື້ນ​ຟູ JCPOA - ảnh 1ຮາກຖານນິວເຄຼຍ Isfahan, ຂອງ ອີຣານ (ພາບ: AFP/TTXVN)

ວັນທີ 06 ເມສາ, ອີຣານ ໄດ້ແຈ້ງໃຫ້ຊາບວ່າ ຈະຫຼຸດຜ່ອນກຳລັງຄວາມສາມາດເສີມທາດຢູລານຽມ ແລະ ຈຳນວນຈັກພົ້ນສູນ ຖ້າຫາກວ່າການເຈລະຈາຮອບຕ່າງໆຢູ່ ວຽນ, ປະເທດໂອຕາລິດ ບັນລຸໄດ້ເປົ້າໝາຍຟື້ນຟູຂໍ້ຕົກລົງນິວເຄຼຍ ທີ່ໄດ້ລົງນາມໃນປີ 2015. ໃນນັ້ນ, ອີຣານ ຈະບໍ່ອອກຂໍ້ຕົກລົງໃໝ່ ແຕ່ຈະສືບຕໍ່ປະຕິບັດຂໍ້ຕົກລົງທີ່ໄດ້ລົງນາມໃນປີ 2015 ກັບກຸ່ມ P5+1 ລວມມີ ອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ ຫຼື ເອີ້ນວ່າ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA).

        ໃນວັນທີ 6 ເມສາ, ອີຣານ ກໍແຈ້ງວ່າໄດ້ສົ່ງເອກະສານຕ່າງໆກ່ຽວກັບຮາກຖານນິວເຄຼຍ ຈຳນວນໜຶ່ງຂອງປະເທດນີ້ ທີ່ບໍ່ເຄີຍປະກາດໃຫ້ອົງການພະລັງງານປະລະມານູສາກົນ (IAEA), ການກະທຳນີ້ໄດ້ຮັບຖືວ່າ ເປັນການສືບຕໍ່ສ້າງເງື່ອນໄຂໃຫ້ແກ່ເປົ້າໝາຍຟື້ນຟູຂໍ້ຕົກລົງນິວເຄຼຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ