ອີຣານຕຳນິຕິຕຽນນະໂຍບາຍເຂົ້າເມືອງຂອງອາເມລິກາ

ອີຣານຕຳນິຕິຕຽນນະໂຍບາຍເຂົ້າເມືອງຂອງອາເມລິກາ - ảnh 1
ທ່ານ ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ Hassan Rouhani
(ພາບ:EPA/TTXVN)

(vovworld) - ​​​ວັນ​ທີ 1/2, ທ່ານ ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ Hassan Rouhani, ມີ​ບົດ​ກ່າວ​ປາ​ໄສ​ໂດຍ​ກົງ​ທາງ​ໂທ​ລະ​ພາບ, ໃນ​ນັ້ນ ໄດ້​ຕຳ​ນິ​ຕິ​ຕ​ຽນບັນ​ດາ​ນະ​ໂຍ​ບາ​ຍ​ເຂົ້າ​ເມືອງ​ຂອງທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump. ຕາມ​ທ່ານ Rouhani ແລ້ວ, ລັດ​ຖະ​ດຳ​ລັດ​ເຊິ່ງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຫາກໍ່​ລົງ​ນາມນັ້​ນໄດ້​ລະ​ເມີດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ແລະ ຫຼັກ​ການ​ສາ​ກົນ. ກ່ອນ​ໜ້ານັ້ນ, ອີ​ຣານ ໃຫ້​ຮູ້​ວ່າ: ປະ​ເທດນີ້​ຈະ​ມີ​ບັນ​ດາ​ມາດ​ຕະ​ການ​ນັບ​ທັງ​ດ້ານ​ນິ​ຕິ​ກຳ ແລ​ະ ການ​ເມືອງ ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ລັດ​ຖະ​ດຳ​ລັດ​ຊົ່ວ​ຄາວ​ທີ່​ຢຸດ​ຕິ​ການ​ສະ​ໜອງວີ​ຊາ​ໃຫ້​ພົນ​ລະ​ເມືອງ​ມາ​ຈາກ 7 ປະ​ເທດທີ່​ມີ​ຈຳ​ນວນ​ຊາວ​ມຸດ​ສະ​ລິມກວມ​ສ່ວນຫຼ​າຍ, ໃນ​ນັ້ນ​ມີ​ອີ​ຣານ.

        ການ​ກະ​ທຳ​ໃຫມ່ນີ້​ຂອງ​ອຳ​ນາດ​ການ​ປົກ​ຄອງ ອີ​ຣານ ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ທີ່​ທ່ານ​ປ​ະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຖື​ວ່​າ ລັດ​ຖະ​ດຳ​ລັດ​ທີ່​ເກືອດ​ຫ້າມ​​ການເຂົ້າ​ເມືອງ​ສຳ​ລັບ​ພົນ​ລະ​ເມືອງ​ຈາກ 7 ປະ​ເທດ​ທີ່​ມີ​ຈຳ​ນວນ​ຊາວ​ມຸດ​ສະ​ລິມກວມ​ສ່ວນຫຼາຍ​ ​ເຊິ່ງ​ຫາ​ກໍ່ການ​ລົງ​ນາມ​ເມື່ອ​ວັນ​ທີ 27/1 ຜ່ານ​ມາ​ແມ່ນ​​ມີ​ຄວາມຈຳ​ເປ​ັນ​ເພື່ອປ້ອງ​​ກັນຄວາມ​ສະ​ຫງົບ​ຂອງ​ຊາດ. ທ່ານ Trump ກໍ່​ໃຫ້​ຄຳໝັ້ນ​ສັນ​ຍາ​ມີ​ການ​ປ່ຽນ​ແປງ​ຢ່າງ​ຈະ​ແຈ້ງ​ໃນ​ນະ​ໂຍ​ບາຍ​ສຳ​ລັບ ອ​ີ​ຣານ, ແລະ ຖື​ຂໍ​້​ຕົກ​ລົງ​ນິວ​ເຄຼຍ​ເຊິ່ງ ເຕ​ເຮ​ຣານ ເຊັນ​ກັບ ວໍ​ຊິງ​ຕັນ ແລະ ຝ່າຍ​ຕາ​ເວັນ​ຕົກ ແມ່ນ​ຂໍ້​ຕົກ​ລົງ​ຮ​້າຍ​ແຮງ​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ.


ຂ່າວ/ບົດ​ອື່ນ