ອີຣານປາດຖະໜາເພີ່ມທະວີການເຊື່ອມໂຍງເຂົ້າກັບໂລກ

ອີຣານປາດຖະໜາເພີ່ມທະວີການເຊື່ອມໂຍງເຂົ້າກັບໂລກ - ảnh 1
ທ່ານ​ປະທານາທິບໍດີ​ອີຣານ Hassan Rouhani
(ພາບອີນເຕີແນັດ)


(vovworld) - ວັນ​ທີ 23/01, ທ່ານ​ປະທານາທິບໍດີ​ອີຣານ Hassan Rouhani ​ໃຫ້​ຮູ້​ວ່າ, ປະ​ເທດ​ນີ້​ຈະ​ຫັນ​ການ​ພົວພັນ​ກັບ​ສະຫະພາບ​ເອີ​ລົ​ບ ​ເປັນ​ປົກກະຕິ ພາຍຫຼັງ​ບັນລຸ​ໄດ້​ຂໍ້​ຕົກລົງ​ດ້ານ​ນິວ​ເຄຼຍຊົ່ວຄາວ ​​ເຊິ່ງ​ໄດ້ເລີ່​ມ​ຜັນ​ຂະຫຍາຍ​ໃນ​ອາທິດ​ກ່ອນ. ຄຽງ​ຂ້າງ​ນັ້ນ, ອີຣານ ກໍ່​ພວມ​ນຳ​ການ​ພົວພັນ​ກັບ​ອາ​ເມ​ລິ​ກາ ກ້າວຂຶ້ນ​ສູ່​ໄລຍະ​ໃໝ່, ​ໃນ​ນັ້ນ ທ່ານປະທານາທິບໍດີ Rouhani ຮຽກຮ້ອງ​ໃຫ້ ອາ​ເມ​ລິ​ກາ ຄວນ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ລະອຽດ ​ເພື່ອ​ຊຸກຍູ້​ວິວັດ​ທະ​ນາ​ການ​ເຊື່ອມ​ໂຍງ ທີ່​ມີ​ລັກສະນະ​ສ້າງ​ສາຂອງ​ປະ​ເທດ​ສາທາລະນະລັດອິດສະລາມນີ້ ກັບ​ໂລກ.

   ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) ຢູ່ Davos, ປະ​ເທດ​ສະ​ວິດ, ທ່ານ​ປະທານາທິບໍດີ Rouhani ​ໃຫ້​ຮູ້​ວ່າ, ທັດສະນະ​ລວມຍັງ​ແມ່​ກຸນ​ແຈ​ໃຫ້​ອາຍຸ​ການ​ຂອງ​ທ່ານ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຕິດຕາມ​ນະ​ໂຍບາຍ​ການ​ຕ່າງປະ​ເທດ “ຢ່າງ​ລະ​ມັດ​ລະ​ວັງ ​ແລະ ສະຫງ່ຽມ​ຄ່ຽມຄົມ” ​ເພື່ອ​ແນ​ໃສ່​ຟື້ນ​ຟູ​ພື້ນຖານ​ເສດຖະກິດ​ຂອງ​ອີຣານ. ທ່ານ Rouhani ກໍ່​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ ​ເມື່ອ​ຄຳ​ສັ່ງ​ລົງ​ໂທດ​ຂອງ​ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ ​ ຖືກ​ໂຍະຍານຕາມ​ຂໍ້​ຕົກລົງ​ນິວ​ເຄຼຍຊົ່ວຄາວ ​ເຊິ່ງບັນດາ​ຝ່າຍ​ບັນລຸ​ໄດ້​ເມື່ອ​​ເດືອນ 11 ປີ 2013, ​ໃນ​ນັ້ນ​ມີ​ເລື່ອງ​ຍົບ​ເລີກ​ການ​ປິດ​ລ້ອມ​ຊັບ​ສົມ​ບັດລວມມູນ​ຄ່າ 4,2 ຕື້ USD ຂອງ​ອີຣານ ຢູ່​ຕ່າງປະ​ເທດ.                          

ຂ່າວ/ບົດ​ອື່ນ