ອະນຸມັດ​ຜ່ານ​ບົດ​ບັນທຶກ​ຊ່ວຍ​ຈໍາ​ວ່າ​ດ້ວຍ​ການ​ສ້າງ​ຕັ້ງ​ສູນ ອາຊຽນ - ຈີນ

(VOVWORLD) -ລັດຖະບານ ໄດ້ມອບໃຫ້ກະຊວງການຕ່າງປະເທດຫວຽດນາມ ປະຕິບັດລະບຽບການຕ່າງປະເທດຕາມຂໍ້ກໍານົດ.

ລັດຖະບານຫວຽດນາມ ຫາກໍໃຫ້ອະນຸມັດຜ່ານບົດບັນທຶກຊ່ວຍຈໍາວ່າດ້ວຍການສ້າງຕັ້ງສູນ ອາຊຽນ - ຈີນ ລະຫວ່າງ ລັດຖະບານບັນດາປະເທດສະມາຊິກ ອາຊຽນ ແລະ ລັດຖະບານ ປະເທດສາທາລະນະລັດ ປະຊາຊົນ ຈີນ ໂດຍໄດ້ລົງນາມແຕ່ວັນທີ 6 ສິງຫາ 2017 ຢູ່ຟີລິບປິນ ເນື່ອງໃນໂອກາດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ຈີນ. ລັດຖະບານ ໄດ້ມອບໃຫ້ກະຊວງການຕ່າງປະເທດຫວຽດນາມ ປະຕິບັດລະບຽບການຕ່າງປະເທດຕາມຂໍ້ກໍານົດ. ກະຊວງການຕ່າງປະເທດເປັນເຈົ້າພາບ ສົມທົບກັບບັນດາກະຊວງ, ອົງການກ່ຽວຂ້ອງຈັດຕັ້ງຜັນຂະຫຍາຍປະຕິບັດບົດບັນທຶກດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ