ອາກເມນີ, ອາແຊັກໄບຊານ ແລະ ລັດເຊຍ ເຊັນຂໍ້ຕົກລົງຢຸດຕິການປະທະກັນ

(VOVWORLD) - ຮຸ່ງເຊົ້າວັນທີ 10 ພະຈິກ (ຕາມເວລາ ຫວຽດນາມ), ອາກເມນີ, ອາແຊັກໄບຊານ ແລະ ລັດເຊຍ ໄດ້ພ້ອມກັນປະກາດຂໍ້ມູນຂ່າວທີ່ວ່າ 3 ປະເທດໄດ້ເຊັນຂໍ້ຕົກລົງຢຸດຕິການປະທະກັນດ້ານການທະຫານຢູ່ເຂດ ນາໂກໂນ - ກາຣາບາດ. 
ອາກເມນີ, ອາແຊັກໄບຊານ ແລະ ລັດເຊຍ ເຊັນຂໍ້ຕົກລົງຢຸດຕິການປະທະກັນ - ảnh 1ທ່ານນາຍົກລັດຖະມົນຕີ ອາກເມນີ Nikol Pashinyan. ພາບ: AFP 

  ຕາມສຳນັກຂ່າວສານ Reuters ຂອງ ອັງກິດ ແລ້ວ, ທ່ານນາຍົກລັດຖະມົນຕີ ອາກເມນີ Nikol Pashinyan ເປັນຜູ້ທຳອິດທີ່ປະກາດຂໍ້ມູນຂ່າວດັ່ງກ່າວຜ່ານສື່ສັງຄົມອອນລາຍ. ຫລັງຈາກນັ້ນ, ວັງ Kremlin ແລະ ທ່ານປະທານາທິບໍດີ ອາແຊັກໄບຊານ ກໍ່ໄດ້ຢັ້ງຢືນຂໍ້ມູນຂ່າວຄືດັ່ງກ່າວ.

        ກ່າວຄຳເຫັນທີ່ກອງປະຊຸມເຈລະຈາທາງອອນລາຍກັບຄູ່ຕຳແໜ່ງລັດເຊຍ Vladimir Putin, ທ່ານປະທານາທິບໍດີ ອາແຊັກໄບຊານ Ilham Aliyev ໄດ້ເນັ້ນໜັກວ່າ ຖະແຫຼງການ 3 ຝ່າຍໄດ້ຮັບການລົງນາມ ຈະກາຍເປັນຈຸດຫຼັກແຫຼ່ງໃນວິວັດການແກ້ໄຂການປະທະກັນ. ທ່ານປະທານາທິບໍດີ ອາແຊກໄບຢານ ກໍ່ໃຫ້ຮູ້ວ່າ: ຕວກກີ ຈະເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຢູ່ ນາໂກໂນ - ກາຣາບາດ.

ຕອບກັບ

ຂ່າວ/ບົດ​ອື່ນ