ອາ​ຊີ ຍັງ​ຄົງ​ແມ່ນ​ຈຸດ​ຮ້ອນ​ເຮັ່ງ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ທົ່ວ​ໂລກ

(VOVWORLD) -  ຖ້າໄລ່ຕາມພາກພື້ນແລ້ວ, ອາຊີ ແມ່ນທະວີບທີ່ມີຈຳນວນຜູ້ຕິດເຊື້ອສູງສຸດ ດ້ວຍກວ່າ 74,1 ລ້ານຄົນ. 
ອາ​ຊີ ຍັງ​ຄົງ​ແມ່ນ​ຈຸດ​ຮ້ອນ​ເຮັ່ງ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ທົ່ວ​ໂລກ - ảnh 1(ພາບ: THX)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 20 ກັນຍາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 229,292 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 4,705 ລ້ານຄົນເສຍຊີວິດ.

        ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 350.327 ຄົນ ແລະ ມີ 5.718 ຄົນເສຍຊີວິດ. ໄລ່ມາຮອດປັດຈຸບັນ, ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍ້ອນໂລກລະບາດ ດ້ວຍຈຳນວນຜູ້ຕິດເຊື້ອ ກວ່າ 42,9 ລ້ານຄົນ, ໃນນັ້ນ ມີ 691.880 ຄົນເສຍຊີວິດ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

        ຖ້າໄລ່ຕາມພາກພື້ນແລ້ວ, ອາຊີ ແມ່ນທະວີບທີ່ມີຈຳນວນຜູ້ຕິດເຊື້ອສູງສຸດ ດ້ວຍກວ່າ 74,1 ລ້ານຄົນ. ເອີຣົບ ແມ່ນທະວີບຢືນອັນດັບທີ 2 ດ້ວຍກວ່າ 57,6 ລ້ານຄົນ, ຖັດຈາກນັ້ນແມ່ນ ອາເມລິກາ ເໜືອ ແລະ ອາເມລິກາ ໃຕ້. ອາຟະລິກາ ແລະ ໂອເຊອາເນຍ ແມ່ນທະວີບຖືກຜົນສະທ້ອນໜ້ອຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ