ອາຊຽນ 2020: ຊຸກຍູ້ການຫັນປ່ຽນພະລັງງານຢູ່ບັນດາປະເທດ ອາຊຽນ

(VOVWORLD) - ໃນຂອບເຂດເວທີປາໄສປະຊາຊົນບັນດາປະເທດ ອາຊຽນ 2020, ຕອນບ່າຍວັນທີ 06 ພະຈິກ, ທີ່ຮ່າໂນ້ຍ, ສູນພັດທະນາປະດິດສ້າງຂຽວ (GreenID) ໄດ້ຈັດຕັ້ງກອງປະຊຸມສຳມະນາ ດ້ວຍຫົວຂໍ້ທີ່ວ່າ “ຫັນປ່ຽນພະລັງງານຢ່າງຍຸຕິທຳ”.

 ກອງປະຊຸມສຳມະນາແນໃສ່ແບ່ງປັນບົດຮຽນ ແລະ ບົດບາດຂອງບັນດາອົງການຈັດຕັ້ງພົນລະເຮືອນ ໃນການຊຸກຍູ້ການຫັນປ່ຽນພະລັງງານຢູ່ບັນດາປະເທດ ອາຊຽນ; ອັບເດດທ່າອ່ຽງຫັນປ່ຽນພະລັງງານໃນພາກພື້ນ ແລະ ທົ່ວໂລກ. ພ້ອມທັງ ປຶກສາຫາລືບັນດາກາລະໂອກາດ, ສິ່ງທ້າທາຍ ແລະ ສະເໜີບັນດາມາດຕະການແກ້ໄຂ ທີ່ກ່ຽວຂ້ອງເຖິງຫົວຂໍ້ພະລັງງານ, ລະບົບນິເວດແບບຍືນຍົງ. ທ່ານນາງ ຫວູຢຽມຮັ່ງ, ຜູ້ຕາງໜ້າ GreenID ຖືວ່າ: ໃນໄລຍະຜ່ານມາ, ຫວຽດນາມ ໄດ້ປະກາດໃຊ້ບັນດານະໂຍບາຍ ແລະ ກົນໄກ ເພື່ອຊຸກຍູ້ການພັດທະນາພະລັງງານຜະລິດຄືນໃໝ່ ແລະ ພວມກະກຽມໃຫ້ແກ່ກົນໄກປະມູນການຜະລິດໄຟຟ້າແສງຕາເວັນ, ໄຟຟ້າແຮງລົມໃນໄລຍະຈະມາເຖິງ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ