ອາຊຽນ 2020: ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ອອກຖະແຫຼງການກ່ຽວກັບສະພາບຝົນຕົກໜັກ, ນ້ຳຖ້ວມຢູ່ ຈີນ

(VOVWORLD) -  ຕາມການສະເໜີຂອງປະທານ ອາຊຽນ ແລ້ວ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ອອກຖະແຫຼງການກ່ຽວກັບສະພາບຝົກຕົກໜັກ, ນ້ຳຖ້ວມຢູ່ ຈີນ.
ອາຊຽນ 2020: ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ອອກຖະແຫຼງການກ່ຽວກັບສະພາບຝົນຕົກໜັກ, ນ້ຳຖ້ວມຢູ່ ຈີນ - ảnh 1ສະພາບຝົກຕົກໜັກ, ນ້ຳຖ້ວມຢູ່ ຈີນ (ພາບ:  China Daily)

        ເນື້ອໃນຖະແຫຼງການ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ສະແດງຄວາມເຫັນອົກເຫັນໃຈ ແລະ ແບ່ງປັນຄວາມໂສກເສົ້າຢ່າງສຸດຊື້ງ ກັບລັດຖະບານ ແລະ ປະຊາຊົນ ຈີນ ຕໍ່ຄວາມເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດອິນຊີ, ເຮືອນຊານບ້ານຊ່ອງ ແລະ ຊັບສິນຍ້ອນຝົນຕົກໜັກ, ນ້ຳຖ້ວມ, ກໍ່ຄືເລື່ອງປະຊາຊົນຫລາຍລ້ານຄົນຕ້ອງໄດ້ອົບພະຍົບຫລົບໄພ. ແບ່ງປັນກ່ຽວກັບຄວາມຫຍຸ້ງຍາກດັ່ງກ່າວ, ອາຊຽນ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຈີນ ຈະຜ່ານຜ່າສິ່ງທ້າທາຍ ແລະ ແກ້ໄຂບັນດາຜົນເສຍຫາຍຍ້ອນໄພທຳມະຊາດກໍ່ຂຶ້ນໂດຍໄວ. ອາຊຽນ ກໍ່ຢັ້ງຢືນເຖິງ ນ້ຳໃຈສາມັກຄີ ແລະ ໃຫ້ຄຳໝັ້ນສັນຍາພ້ອມແລ້ວທີ່ຈະໜູນຊ່ວຍ ຈີນ ໃນໄລຍະທີ່ຫຍຸ້ງຍາກນີ້.

ຕອບກັບ

ຂ່າວ/ບົດ​ອື່ນ