ອາຊຽນ ຈະເຈລະຈາກັບ ຈີນ ກ່ຽວກັບບັນຫາທະເລຕາເວັນອອກ ດ້ວຍຖານະເປັນກຸ່ມໜຶ່ງ

ອາຊຽນ ຈະເຈລະຈາກັບ ຈີນ ກ່ຽວກັບບັນຫາທະເລຕາເວັນອອກ ດ້ວຍຖານະເປັນກຸ່ມໜຶ່ງ - ảnh 1
ກຳປັ່ນຫາປາຂອງຊາວປະມົງຫວຽດນາມ ຢູ່ທະເລຕາເວັນອອກ
(ພາບປະກອບ)

(vovworld) – ຄື​ດັ່ງ​ພວກ​ເຮົາ​ໄດ້​ໃຫ້​ຂ່າວ​ໄປ​ແລ້ວ, ​ໃນ​ຖະ​ແຫຼ​ງການ​ຂອງ​ປະທານ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 22 ຍົກ​ອອກ​ມາ​ໃນ​ວັນ​ທີ 25/4, ບັນດາ​ການ​ນຳ ອາຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໄດ້​ຢັ້ງຢືນ​ຄືນ​ໃໝ່​ຄວາມ​ສຳຄັນ​ຂອງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮ​ືອບົນ​ທະ​ເລ​ຕາ​ເວັນ​ອອກ ​ແລະ ບັນດາ​ຄຳ​ໝັ້ນ​ສັນຍາ​ລວມ ​ໃນ​ຂອບ​ເຂດ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ​ເພື່ອ​ຮັບປະກັນ​ບັນດາມາດ​ຕະການ​​ແກ້​ໄຂ​ດ້ວຍສັນຕິວິທີ​ໃຫ້​ແກ່​ບັນດາກາ​ນພິພາດ, ​ເໝາະ​ສົມ​ກັບ​ບັນດາ​ຫຼັກການ​ຂອງ​ກົດໝາ​ຍສາກົນ ທີ່​ໄດ້​ຮັບ​ຮູ້​ຢ່າງ​ກ້ວາງ​ແຂວງ, ​ໃນ​ນັ້ນ​ມີ​ສົນ​ທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ ປີ 1982. ອາ​ຊຽນ ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ ພ້ອມ​ກັບ ຈີນ ຊຸກ​ຍູ້​ການ​ເຈລະຈາ ປະມວນລະບຽບ​ການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງ​ໆ​ທີ່​ກ່ຽວຂ້ອງ​ຢູ່​ທະ​ເລ ຕາ​ເວັນ​ອອກ (COC).

        ​ເມື່ອ​ຕອບ​ສຳພາດ​ອົງການ​ນັກ​ຂ່າວ​ຢູ່ນອກກ​ອງປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 22, ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິນ ຊີ້​ແຈ້ງວ່າ “ບັນຫາ​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ລະ​ຫວ່າງ​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ, ​ແຕ່​ວ່າ​ຕ້ອງ​ຄິດ​ໄລ່​ຊັ່ງຊາ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ຝ່າຍ, ກໍ່​ຄື​ສັນຕິພາບ ​ແລະ ສະຖຽນລະ​ພາບ​ຂອງ​ພາກ​ພື້ນ. ຍາມ​ໃດ ອາ​ຊຽນ ກໍ່​ມີ​ຄວາມ​ສະໜິດສະໜົມ ​ແລ​ະ ພ້ອມ​ແລ້ວ​ທີ່​ຈະຮ່ວມ​ມື​ກັບ ຈີນ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ”. ກ່ຽວ​ກັບບັນຫາ​ນີ້, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມກວາງ​ວີ​ງ ຢືນຢັນ​ວ່າ:

“​ແຕ່​ເດືອນ 11/2011, ພາຍ​ໃນ​ອາ​ຊຽນ ​ໄດ້​ມີ​ການ​ກະກຽມ​, ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ຕົ້ນ​ຕໍ່ ກ່ຽວ​ກັບ COC ​ເພື່ອ​ນຳ​ມາ​​ເຈລະຈາ​ກັບ ຈີນ. ​ໃນ​ຕະຫຼອດ​ເວລາ​ນັ້ນ, ອາ​ຊຽນ ​ໄດ້​ເປັນ​ເຈົ້າ​ການ​ຊຸກຍູ້​ການ​ທາ​ບທາມ​ຄວາມ​ເຫັນ​ກັບ​ ຈີນ. ປີ 2012, ອາຊຽນ ມີ​ການ​ທາ​ບທາມ​ຄວາມ​ເຫັນ​ບໍ່​ເປັນ​ທາງ​ການ​ຄັ້ງ​ຕ່າງໆ​ຢູ່ຂັ້ນ SOM ກັບ ຈີນ ກ່ຽວ​ກັບ​ປະມວນ​ລະບຽບ​ການນີ້.ອາ​ຊຽນ ​ເຫັນ​ວ່າ ​ໃນ​ສະພາບ​ການ​ປະຈຸ​ບັນ, ຄວນ​ຍູ້ໄວ​ການ​ສ້າງປະມວນລະບຽບ​ການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງ​ໆ​ທີ່​ກ່ຽວຂ້ອງ​ຢູ່​ທະ​ເລ ຕາ​ເວັນ​ອອກ ”

ຂ່າວ/ບົດ​ອື່ນ