ອ​າ​ຊ​ຽນ - ຍີ່​ປຸ່ນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພັດ​ທະ​ນາ​ຕົວ​ເມື​ອງ​ອັດ​ສະ​ລິ​ຍະ

(VOVWORLD) -ທ່ານ ເລຂາທິການໃຫຍ່ ອາຊຽນ ຍົກອອກ 3 ບຸລິມະສິດສຳຄັນເພື່ອຂຸດຄົ້ນບັນດາຕົວເມືອງອັດສະລິຍະໄດ້ຢ່າງຄົບຖ້ວນ, ໃນນັ້ນລວມມີການລົງທຶນເຂົ້າພື້ນຖານໂຄງລ່າງ ແລະ ມາດຕະການເຕັກນິກດີຈີຕອນ, ພ້ອມທັງພັດທະນານະຄອນອັດສະລິຍະທີ່ມີລັກສະນະກວມລວມ.
ອ​າ​ຊ​ຽນ - ຍີ່​ປຸ່ນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພັດ​ທະ​ນາ​ຕົວ​ເມື​ອງ​ອັດ​ສະ​ລິ​ຍະ - ảnh 1 ກອງປະຊຸມຂັ້ນສູງເຄືອຂ່າຍຕົວເມືອງ ອັດສະລິຍະ ອາຊຽນ - ຍີ່ປຸ່ນ ຄັ້ງທີ 2 (ພາບ: baochinhphu.vn)
 ໃນກອງປະຊຸມຂັ້ນສູງເຄືອຂ່າຍຕົວເມືອງ ອັດສະລິຍະ ອາຊຽນ - ຍີ່ປຸ່ນ ຄັ້ງທີ 2 ໄດ້ຈັດຂຶ້ນຕາມຮູບການທາງອອນລາຍ ໃນວັນທີ 16 ທັນວາ, ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ໄດ້ຕີລາຄາສູງການນຳພາ ແລະ ຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ໃນຖານະເປັນປະທານເຄືອຂ່າຍບັນດານະຄອນອັດສະລິຍະ ອາຊຽນ (ASCN) ປີ 2020 ໃນການຊຸກຍູ້ບັນດາຄວາມມານະພະຍາຍາມພັດທະນານະຄອນອັດສະລິຍະ; ພ້ອມກັນນັ້ນ ກໍຕີລາຄາສູງຕໍ່ຄວາມຢຶດໝັ້ນສະໜັບສະໜູນຂອງລັດຖະບານ ຍີ່ປຸ່ນ ເພື່ອແນໃສ່ເພີ່ມທະວີການຮ່ວມມືນະຄອນອັດສະລິຍະລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ. ທ່ານ ເລຂາທິການໃຫຍ່ ອາຊຽນ ຍົກອອກ 3 ບຸລິມະສິດສຳຄັນເພື່ອຂຸດຄົ້ນບັນດາຕົວເມືອງອັດສະລິຍະໄດ້ຢ່າງຄົບຖ້ວນ, ໃນນັ້ນລວມມີການລົງທຶນເຂົ້າພື້ນຖານໂຄງລ່າງ ແລະ ມາດຕະການເຕັກນິກດີຈີຕອນ, ພ້ອມທັງພັດທະນານະຄອນອັດສະລິຍະທີ່ມີລັກສະນະກວມລວມ.

        ນະທີ່ນີ້, ບັນດາຝ່າຍໄດ້ແລກປ່ຽນກ່ຽວກັບແຜນການເຄື່ອນໄຫວເພື່ອບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກໃນການກໍ່ສ້າງ ແລະ ພັດທະນາຕົວເມືອງອັດສະລິຍະ; ປຶກສາຫາລືກ່ຽວກັບບັນດາມາດຕະການທີ່ມີຄວາມເປັນໄປເພື່ອຮັບມືກັບບັນດາສິ່ງທ້າທາຍໃນຕົວຈິງ; ສ້າງກາລະໂອກາດເຊື່ອມຕໍ່ກັບບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນຂອງ ສະມາຄົມ ຍີ່ປຸ່ນ ກ່ຽວກັບ ຕົວເມືອງອັດສະລິຍະໃນພາກພື້ນ ອາຊຽນ…; ນຳສະເໜີບັນດາກົນໄກ ແລະ ການກະທຳລະອຽດ ເພື່ອຮັກສາການເຊື່ອມຕໍ່ ແລະ ການຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ