ອາ​ຊຽນ - ລັດ​ເຊຍ ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ຮັບ​ມື​ກັບ​​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ

(VOVWORLD) -ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບ ລັດເຊຍ ແລະ ບັນດາປະເທດ ອາຊຽນ ສືບຕໍ່ເຮັດໃຫ້ການພົວພັນຮ່ວມມື ລະຫວ່າງ ອາຊຽນ ແລະ ລັດເຊຍ ນັບມື້ນັບເລິກເຊິ່ງ, ແທດຈິງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນຍົກລະດັບສາຍພົວພັນຍຸດທະສາດລະຫວ່າງສອງຝ່າຍ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນປັດຈຸບັນ ແລະ ພ້ອມກັນພັດທະນາ.
ອາ​ຊຽນ - ລັດ​ເຊຍ ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ຮັບ​ມື​ກັບ​​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ - ảnh 1ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ - ລັດເຊຍ ຄັ້ງທີ 17 (ພາບ:ກະຊວງການຕ່າງປະເທດ)
ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ - ລັດເຊຍ ຄັ້ງທີ 17 ຖືກຈັດຂຶ້ນຕາມຮູບການທາງອອນລາຍ ໃນວັນທີ 26 ມັງກອນ ປີ 2021. ໃນກອງປະຊຸມດັ່ງກ່າວ, ອາຊຽນ ແລະ ລັດເຊຍ ໄດ້ເຫັນດີນຳກັນວ່າ ຄວນສືບຕໍ່ເພີ່ມທະວີການຮ່ວມມືຢ່າງແທດຈິງ ແລະ ມີປະສິດທິຜົນກວ່າອີກ; ຊຸກຍູ້ການຮຽບຮຽງແຜນການດຳເນີນງານຮອບດ້ານ ອາຊຽນ - ລັດເຊຍ ໄລຍະ 2021 – 2025 ໃຫ້ສຳເລັດໂດຍໄວ ເພື່ອເປັນພື້ນຖານສຳຄັນ ກຳນົດທິດການຮ່ວມມືລະຫວ່າງສອງຝ່າຍໃນໄລຍໃໝ່. ສອງຝ່າຍ ຢັ້ງຢືນຄວນເພີ່ມທະວີການສົມທົບກັນໃຫ້ແໜ້ນແຟ້ນກວ່າອີກໃນການຮັບມືກັບໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ. ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Igor Morgulov ຢັ້ງຢືນວ່າ ດ້ວຍຖານະເປັນຄູ່ຮ່ວມມືຍຸດທະສາດຂອງ ອາຊຽນ, ລັດເຊຍ ພ້ອມແລ້ວທີ່ຈະໜູນຊ່ວຍ ອາຊຽນ ໃນການປ້ອງກັນ, ຕ້ານ, ຄວບຄຸມໂລກລະບາດ ແລະ ນັບທັງການຫຼຸດຜ່ອນຜົນກະທົບທີ່ບໍ່ດີຕໍ່ພື້ນຖານເສດຖະກິດ - ສັງຄົມ ອີກດ້ວຍ.

        ກ່າວຄຳເຫັນທີ່ກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບ ລັດເຊຍ ແລະ ບັນດາປະເທດ ອາຊຽນ ສືບຕໍ່ເຮັດໃຫ້ການພົວພັນຮ່ວມມື ລະຫວ່າງ ອາຊຽນ ແລະ ລັດເຊຍ ນັບມື້ນັບເລິກເຊິ່ງ, ແທດຈິງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນຍົກລະດັບສາຍພົວພັນຍຸດທະສາດລະຫວ່າງສອງຝ່າຍ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນປັດຈຸບັນ ແລະ ພ້ອມກັນພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ