ອາ​ຊຽນ - ອາ​ເມ​ລິ​ກາ ເຫັນ​ດີ​ເປັນ​ເອ​ກະ​ພາບ ຍູ້​ແຮງ​ການ​ສົນ​ທະ​ນາ ແລະ ການ​ຮ່ວມ​ມື

(VOVWORLD) -  ຕອນເຊົ້າວັນທີ 14 ກໍລະກົດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊິນ ໄດ້ເຂົ້າຮ່ວມກອງປະຊຸມພິເສດ ລັດຖະມົນຕີການຕ່າງປະເທດ ອາຊຽນ - ອາເມລິກາ ເຊິ່ງຖືກຈັດຂຶ້ນຕາມຮູບການທາງອອນລາຍ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ແລະ ທ່ານລັດຖະມົນຕີ ອາເມລິກາ Antony Blinken.
ອາ​ຊຽນ - ອາ​ເມ​ລິ​ກາ ເຫັນ​ດີ​ເປັນ​ເອ​ກະ​ພາບ ຍູ້​ແຮງ​ການ​ສົນ​ທະ​ນາ ແລະ ການ​ຮ່ວມ​ມື - ảnh 1ກອງປະຊຸມພິເສດ ລັດຖະມົນຕີການຕ່າງປະເທດ ອາຊຽນ - ອາເມລິກາ ຖືກຈັດຂຶ້ນຕາມຮູບການທາງອອນລາຍ (ພາບ: TTXVN)

ອາຊຽນ ແລະ ອາເມລິກາ ຢັ້ງຢືນວ່າ ຖືເປັນສຳຄັນ ແລະ ໃຫ້ຄຳໝັ້ນສັນຍາເພີ່ມທະວີການພົວພັນຄູ່ຮ່ວມມື, ພິເສດໃນສະພາບການທີ່ມີສິ່ງທ້າທາຍຕ່າງໆພວມສົ່ງຜົນທະກົບບໍ່ດີຕໍ່ການພັດທະນາ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງບັນດາປະເທດໃນພາກພື້ນ. ອາຊຽນ ຢັ້ງຢືນຄືນສານ ໃຫ້ຄຳໝັ້ນສັນຍາຢ່າງຍາວນານກັບພາກພື້ນ, ຍົກສູງລັດທິຫຼາຍຝ່າຍ, ກົດໝາຍສາກົນ, ບັນດາຄວາມມານະພະຍາຍາມຄວບຄຸມໂລກລະບາດ, ຊຸກຍູ້ການຟື້ນຟູ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…

ສ່ວນຝ່າຍ ອາເມລິກາ, ທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຢັ້ງຢືນວ່າ ອາເມລິກາ ຍາມໃດກໍຖືການພົວພັນກັບ ອາຊຽນ ເປັນສຳຄັນ, ສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ແລະ ຈະເອົາໃຈໃສ່ເຖິງການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ຂະຫຍັນຂັນເຄື່ອນ ແລະ ມີປະສິດທິຜົນກັບ ອາຊຽນ. ທ່ານກໍໃຫ້ຮູ້ຕື່ມອີກວ່າ ອາເມລິກາ ຈະສະໜອງວັກຊິນກັນພະຍາດໂຄວິດ - 19 ຈຳນວນ 500 ລ້ານໂດສ ໃຫ້ແກ່ໂຄງການ COVAX ແລະ ພວມຜັນຂະຫຍາຍການຊ່ວຍເຫຼືອວັກຊິນ 80 ລ້ານໂດສ ໃຫ້ແກ່ບັນດາປະເທດໃນໂລກ, ໃນນັ້ນ ມີ ອາຊຽນ; ນອກຈາກນັ້ນກໍຈະຊ່ວຍເຫຼືອຈຳນວນເງິນ 96 ລ້ານ USD ເພື່ອຊ່ວຍ ອາຊຽນ ຍົກສູງກຳລັງຄວາມສາມາດໃນການຮັບມືກັບໂລກລະບາດ.

ອາຊຽນ ແລະ ອາເມລິກາ ໄດ້ເຫັນດີເປັນເອກະພາບ ຈະຍູ້ແຮງການປຶກສາຫາລື, ສົນທະນາ ແລະ ການຮ່ວມມື. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ ແລະ ສິດເສລີໃນການເດີນເຮືອ ແລະ ການບິນ ຢູ່ທະເລຕາເວັນອອກ; ພ້ອມທັງຫວັງວ່າ ຈະບັນລຸໄດ້ກົດແຫ່ງການປະພຶດ COC ໂດຍໄວ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊິນ ຢັ້ງຢືນວ່າ ບັນດາປະເທດ ອາຊຽນ ແລະ ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ອາເມລິກາ ເປີດກວ້າງການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຢູ່ຕະຫຼາດບັນດາປະເທດ ອາຊຽນ. ທ່ານກໍປາດຖະໜາວ່າ ອາເມລິກາ ຈະຕັ້ງໜ້າໜູນຊ່ວຍ ອາຊຽນ ໃນການຊຸກຍູ້ການພັດທະນາແບບຍືນຍົງຢູ່ບັນດາອະນຸພາກພື້ນ, ການເຊື່ອມຕໍ່ລະຫວ່າງອະນຸພາກພື້ນ ແມ່ນ້ຳຂອງ - ອາເມລິກາ  ກັບການພັດທະນາລວມຂອງ ອາຊຽນ. ທ່ານລັດຖະມົນຕີ ບຸ່ຍແທັງເຊິນ ສະເໜີໃຫ້ ອາເມລິກາ ສືບຕໍ່ສົມທົບກັບ ອາຊຽນ ຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສ ໂດຍອາຊຽນ ສ້າງຕັ້ງ ແລະ ນຳພາ, ຈາກນັ້ນ ສ້າງສະພາບແວດລ້ອມທີ່ສະດວກແກ່ການສ້າງຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນ ໂດຍອີງໃສ່ກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ