ອາ​ຊຽນ ຮັບ​ຮອງ​ເອົາ 10 ຂໍ​້​ລິ​ເລີ່ມ ແລະ ບຸ​ລິ​ມະ​ສິດ​ຮ່ວມ​ມື​ເສດ​ຖະ​ກິດ

(VOVWORLD) -ລັດຖະມົນຕີກະຊວງເສດຖະກິດບັນດາປະເທດ ອາຊຽນ ໄດ້ຮັບຮອງເອົາ 10 ຂໍ້ລິເລີ່ມ ແລະ ບຸລິມະສິດຮ່ວມມືເສດຖະກິດ ຂອງ ບຣູໄນ ໃນປີປະທານ ອາຊຽນ 2021. 
ອາ​ຊຽນ ຮັບ​ຮອງ​ເອົາ 10 ຂໍ​້​ລິ​ເລີ່ມ ແລະ ບຸ​ລິ​ມະ​ສິດ​ຮ່ວມ​ມື​ເສດ​ຖະ​ກິດ - ảnh 1ກອງປະຊຸມວົງແຄບບລັດຖະມົນຕີເສດຖະກິດບັນດາປະເທດ ອາຊຽນ ຄັ້ງທີ 27 (ພາບ: ກະຊວງອຸດສາຫະກຳ ແລະ ການຄ້າ)

ກອງປະຊຸມວົງແຄບບລັດຖະມົນຕີເສດຖະກິດບັນດາປະເທດ ອາຊຽນ ຄັ້ງທີ 27 (AEM 27 Retreat) ຖືກຈັດຂຶ້ນໃນວັນທີ 2 ແລະ ວັນທີ 3 ມີນາ ຢູ່ ບຣູໄນ ແລະ ຕາມຮູບການທາງອອນລາຍ. ທີ່ກອງປະຊຸມ, ລັດຖະມົນຕີກະຊວງເສດຖະກິດບັນດາປະເທດ ອາຊຽນ ໄດ້ຮັບຮອງເອົາ 10 ຂໍ້ລິເລີ່ມ ແລະ ບຸລິມະສິດຮ່ວມມືເສດຖະກິດ ຂອງ ບຣູໄນ ໃນປີປະທານ ອາຊຽນ 2021 ຂອງປະເທດນີ້. ບັນດາຂໍ້ລິເລີ່ມ ແລະ ບຸລິມະສິດດັ່ງກ່າວ ໄດ້ສ້າງຂຶ້ນຕາມການກຳນົດທິດຫຼັກໆ 3 ປະມານ ນັ້ນແມ່ນ: ຟື້ນຟູ, ຫັນເປັນດີຈີຕອນ ແລະ ລັກສະນະຍືນຍົງ, ສຸມໃສ່ບັນດາຂົງເຂດສຳຄັນຄື ສ້າງຄວາມສະດວກແກ່ການຄ້າ, ການທ່ອງທ່ຽວ, ພະລັງງານ, ເຕັກໂນໂລຢີຂໍ້ມູນຂ່າວສານ, ບໍ່ແຮ່, ພັດທະນາແບບຍືນຍົງ… ກອງປະຊຸມກໍໄດ້ເຫັນດີເປັນເອກະພາບຕໍ່ບັນດາບຸລິມະສິດໃນໂຄງການດຳເນີນງານປະຈຳປີ 2021 ໃນລະບົບເສດຖະກິດ ເຊິ່ງລວມມີ 68 ເນື້ອໃນທີ່ແຕກຕ່າງກັນ, ຂຶ້ນກັບບັນດາຂົງເຂດການຄ້າຂາຍສິນຄ້າ, ການຄ້າການບໍລິການ, ການລົງທຶນ, ສ້າງຄວາມສະດວກໃນການເຄື່ອນຍ້າຍຂອງແຮງງານທີ່ມີສີມືການຊ່າງ ແລະ ນັກດຳເນີນທຸລະກິດຕ່າງປະເທດ, ການແກ້ງແຍ້ງ, ປົກປ້ອງຜູ້ບໍລິໂພກ, ຊັບສິນທາງປັນຍາ, ການຄ້າເອເລັກໂຕນິກ; ຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ…

        ນອກຈາກນັ້ນ, ລັດຖະມົນຕີກະຊວງເສດຖະກິດຂອງບັນດາປະເທດ ຍັງປຶກສາຫາລືກ່ຽວກັບບັນຫາຮ່ວມມືເສດຖະກິດຢູ່ນອກກຸ່ມ ເປັນຕົ້ນແມ່ນ ສຳຫຼວດກວດຄືນສັນຍາການຄ້າຂາຍສິນຄ້າ ລະຫວ່າງ ອາຊຽນ - ອິນເດຍ (AITIGA), ການຮ່ວມມືລະຫວ່າງ ອາຊຽນ  ແລະ ສະຫະພາບເອີຣົບ (ອີຢູ). ລັດຖະມົນຕີບັນດາປະເທດກໍໃຫ້ຮູ້ວ່າ ພວມພະຍາຍາມຜັນຂະຫຍາຍລະບຽບການໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ (RCEP) ໂດຍໄວ ເພື່ອປະກອບສ່ວນເຂົ້າໃນວິວັດການຟື້ນຟູເສດຖະກິດ ພາຍຫຼັງໄລຍະເກີດໂລກລະບາດໂຄວິດ - 19.


ຕອບກັບ

ຂ່າວ/ບົດ​ອື່ນ