ອາຊຽນ ເປີດສະຫຼອງສາງເກັບຮັກສາຂໍ້ມູນດີຈີຕອນມໍລະດົກວັດທະນະທຳພາກພື້ນ

(VOVWORLD) -ໂຄງການ ACHDA ແມ່ນ “ບາດກ້າວສຳຄັນ” ຂອງອາຊຽນ ເພື່ອແນໃສ່ຍົກສູງຄວາມເຂົ້າໃຈກ່ຽວກັບບັນດາມໍລະດົກວັດທະນະທຳທີ່ເປັນຫຼາຍຮູບຫຼາຍແບບຂອງພາກພື້ນ.
ອາຊຽນ ເປີດສະຫຼອງສາງເກັບຮັກສາຂໍ້ມູນດີຈີຕອນມໍລະດົກວັດທະນະທຳພາກພື້ນ - ảnh 1(ພາບ: heritage.asean.org)

ວັນທີ 27 ກຸມພາ, ຢູ່ສຳນັກງານຄະນະເລຂາອາຊຽນ ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ຄະນະເລຂາອາຊຽນ ໄດ້ເປີດສະຫຼອງສາງເກັບຮັກສາຂໍ້ມູນດີຈີຕອນມໍລະດົກວັດທະນະທຳພາກພື້ນອາຊຽນ (ACHDA) ທີ່ເວັບໄຊ https://herirage.asean.org.

          ກ່າວຄຳເຫັນທີ່ພິທີ, ທ່ານ Kung Phoak, ຮອງເລຂາທິການໃຫຍ່ອາຊຽນ ຮັບຜິດຊອບປະຊາຄົມວັດທະນະທຳ - ສັງຄົມ ໄດ້ເນັ້ນໜັກວ່າ, ໂຄງການ ACHDA ແມ່ນ “ບາດກ້າວສຳຄັນ” ຂອງອາຊຽນ ເພື່ອແນໃສ່ຍົກສູງຄວາມເຂົ້າໃຈກ່ຽວກັບບັນດາມໍລະດົກວັດທະນະທຳທີ່ເປັນຫຼາຍຮູບຫຼາຍແບບຂອງພາກພື້ນ. ທ່ານ Kung Phoak ສະແດງຄວາມຫວັງວ່າ, ບັນດາພົນລະເມືອງຂອງອາຊຽນ ທີ່ນຳໃຊ້ເວັບໄຊດັ່ງກ່າວ ຈະຕີລາຄາສູງບັນດາມໍລະດົກວັດທະນະທຳທີ່ໄດ້ຮັບການແບ່ງປັນ ແລະ ພ້ອມກັນຮ່ວມແຮງຮ່ວມໃຈຊຸກຍູ້ສີສັນອາຊຽນ ຢ່າງແຮງກວ່າ.

          ໃນໄລຍະທຳອິດ, ACHDA ໄດ້ແນະນຳ 160 ແບບວັດຖຸສິ່ງຂອງ ຂອງປະເທດອິນໂດເນເຊຍ, ມາເລເຊຍ ແລະ ໄທ, ຜ່ານນັ້ນອະນຸຍາດໃຫ້ບັນດາຜູ້ຢ້ຽມຊົມສາມາດຊອກຮູ້ບັນດາຊຸດສະສົມຂອງຫໍພິພິດທະພັນ, ຫ້ອງວາງສະແດງ ແລະ ຫໍສະມຸດດ້ວຍຮູບຈຳລອງ 3 ມິຕິ, ພາບຖ່າຍ… ໄດ້ຢ່າງເລິກເຊິ່ງກວ່າ ກ່ຽວກັບບັນດາມໍລະດົກວັດທະນະທຳຂອງ 3 ປະເທດດັ່ງກ່າວ.

          ເປົ້າໝາຍຂອງໄລຍະທີ 2 ຂອງໂຄງການດັ່ງກ່າວແມ່ນຫັນເປັນດີຈີຕອນກ່ຽວກັບບັນດາຊຸດສະສົມຂອງກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ, ກ່ອນທີ່ຈະເປີດກ້ວາງເຖິງບັນດາປະເທດອາຊຽນ ທີ່ຍັງເຫຼືອ.

ຕອບກັບ

ຂ່າວ/ບົດ​ອື່ນ