ອາຊຽນ ເຫັນດີເປັນເອກະພາບສ້າງກອງທຶນຮັບມືກັບໂລກລະບາດໂຄວິດ-19

(VOVWORLD) - ວັນທີ 09 ເມສາ, ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບສ້າງກອງທຶນຮັບມືກັບໂລກລະບາດໂຄວິດ-19 ເພື່ອພ້ອມກັນຄວບຄຸມໂລກລະບາດອັນຕະລາຍນີ້. ຕາມຖະແຫຼງການທີ່ໄດ້ຍົກອອກມາພາຍຫລັງກອງປະຊຸມທາງອອນລາຍຂອງສະພາປະສານງານ ອາຊຽນ ຄັ້ງທີ 25 ກ່ຽວກັບໂຄວິດ-19,

ບັນດາລັດຖະມົນຕີໄດ້ ເຫັນດີເປັນເອກະພາບສ້າງກອງທຶນຮັບມືກັບ ໂຄວິດ-19 ຂອງ ອາຊຽນ ດ້ວຍຈຸດປະສົງລະດົມບັນດາແຫຼ່ງກຳລັງດ້ານການເງິນ ເພື່ອແກ້ໄຂສະພາບການຂາດເຂີນແຫຼ່ງສະໜອງອຸປະກອນການແພດ, ໜູນຊ່ວຍການຄົ້ນຄວ້າ ແລະ ພັດທະນາຢາປິ່ນປົວ ແລະ ວັກຊິນຕ້ານ ໂຄວິດ-19 ແລະ ກະກຽມໃຫ້ແກ່ກໍລະນີສຸກເສີນໃນອະນາຄົດ.

ອາຊຽນ ເຫັນດີເປັນເອກະພາບສ້າງກອງທຶນຮັບມືກັບໂລກລະບາດໂຄວິດ-19 - ảnh 1ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວັກຢຸງ ປະກາດໝາກຜົນກອງປະຊຸມສະພາປະສານງານ ອາຊຽນ ຄັ້ງທີ 25  (ພາບ: TTXVN)່ 

        ຖະແຫຼງການກໍ່ເນັ້ນໜັກວ່າ ບັນດາປະເທດ ອາຊຽນ “ໃຫ້ຄຳໝັ້ນສັນຍາ ຮັບປະກັນລະບົບສະໜອງໃນພາກພື້ນ ແລະ ຕະຫລາດເປີດ, ກໍ່ຄືສົມທົບກັນຢ່າງແໜ້ນແຟ້ນ ເພື່ອຫລຸດຜ່ອນຜົນກະທົບຂອງເສດຖະກິດຊຸດໂຊມໃນພາກພື້ນ ແລະ ໃນທົ່ວໂລກໃຫ້ຢູ່ໃນລະດັບຕ່ຳສຸດ, ຟື້ນຟູຄວາມໄວ້ເນື້ອເຊື່ອໃຈຂອງຜູ້ບໍລິໂພກອຸປະໂພກ ແລະ ປະຊາຄົມວິສາຫະກິດ ແລະ ຮັກສາສະຖຽນລະພາບທາງດ້ານເສດຖະກິດ-ສັງຄົມ”. ຕາມຖະແຫຼງການດັ່ງກ່າວ, ບັນດາລັດຖະມົນຕີກໍ່ສະແດງ ຄຳໝັ້ນສັນຍາຢ່າງແຮງ ເພື່ອແນໃສ່ຊຸກຍູ້ບັນດາຄວາມມານະພະຍາຍາມລວມກ່ວາອີກ ແນໃສ່ຄວບຄຸມໂຄວິດ-19 ແລະ ບັນດາຜົນກະທົບເສດຖະກິດ ແລະ ສັງຄົມ ເຊິ່ງໂລກລະບາດກໍ່ຂຶ້ນໃຫ້ແກ່ພາກພື້ນ, ພິເສດແມ່ນໃນວິວັດການສ້າງປະຊາຄົມ ອາຊຽນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ