ອາ​ຊຽນ ແຕ່ງ​ຕັ້ງ​ທູດ​ພິ​ເສດ ​ປະ​ຈຳ ມຽນ​ມາ ຊຸກ​ຍູ້​ການ​ປະ​ຕິ​ບັດ​ເນື້ອ​ໃນ 5 ປະ​ການ​ທີ່​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ

(VOVWORLD) -  ອາຊຽນ ໄດ້ອອກແຈ້ງການສື່ມວນຊົນໃນວັນທີ 04 ສິງຫາ ກ່ຽວກັບການແຕ່ງຕັ້ງທ່ານ Erywan Yusof ລັດຖະມົນຕີການຕ່າງປະເທດ ຜູ້ທີ 2 ຂອງ ບຣູໄນ ເປັນທູດພິເສດຂອງກຸ່ມ ປະຈຳ ມຽນມາ.
ອາ​ຊຽນ ແຕ່ງ​ຕັ້ງ​ທູດ​ພິ​ເສດ ​ປະ​ຈຳ ມຽນ​ມາ ຊຸກ​ຍູ້​ການ​ປະ​ຕິ​ບັດ​ເນື້ອ​ໃນ 5 ປະ​ການ​ທີ່​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ - ảnh 1ທ່ານ Erywan Yusof ລັດຖະມົນຕີການຕ່າງປະເທດ ຜູ້ທີ 2 ຂອງ ບຣູໄນ - ທູດພິເສດຂອງກຸ່ມ ປະຈຳ ມຽນມາ (ພາບ: straitstimes.com)

ແຈ້ງການດັ່ງກ່າວໄດ້ເນັ້ນໜັກເຖິງບົດບາດຂອງທູດພິເສດ ອາຊຽນ ປະຈຳ ມຽນມາ ແມ່ນສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມໄວ້ວາງໃຈລະຫວ່າງບັນດາຝ່າຍ, ພ້ອມທັງມີແຜນການລະອຽດຈະແຈ້ງ ແນໃສ່ປະຕິບັດເນື້ອໃນ 5 ປະເທດທີ່ໄດ້ເຫັນດີເປັນເອກະພາບ ເພື່ອແກ້ໄຂວິກິດການຢູ່ ມຽນມາ.

      ມຽນມາ ຕົກເຂົ້າສູ່ສະພາບຈົນຕາແຈດ້ານການເມືອງນັບແຕ່ວັນທີ 01 ກຸມພາ 2021, ພາຍຫຼັງທີ່ກອງທັບປະເທດນີ້ຈັບຕົວບັນດາການນຳລັດຖະບານ, ບັນດາຜູ້ວ່າການລັດຕ່າງໆ ພ້ອມດ້ວຍບັນດາສະມາຊິກຂັ້ນສູງຂອງ ພັກສະຫະພັນແຫ່ງຊາດເພື່ອປະຊາທິປະໄຕ ດ້ວຍຂໍ້ກ່າວຫາວ່າ ມີການກະທຳສໍ້ໂກງໃນການເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ