ອາ​ຊຽນ ແລະ ຈີນ ຮ່ວມ​ມື​ກັນ​ໃນ​ການ​ປ​ະ​ພຶດ​​ຕໍ່​ຊາວ​ປະ​ມົງ ຢ່າງ​ຍຸ​ຕິ​ທຳ ແລະ ມະ​ນຸດ​ສະ​ທຳ

(VOVWORLD) -   ວັນທີ 3 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດຕັ້ງ “ກອງປະຊຸມສຳມະນາ ອາຊຽນ - ຈີນ ກ່ຽວກັບການຊຸກຍູ້ການຮ່ວມມືກັນໃນການປະພຶດຕໍ່ຊາວປະມົງຢ່າງຍຸຕິທຳ ແລະ ມະນຸດສະທຳ” ດ້ວຍຮູບການທາງອອນລາຍ.

ເຂົ້າຮ່ວມກອງປະຊຸມສຳມະນາ ມີເຈົ້າໜ້າທີ່, ນັກຄົ້ນຄວ້າ ແລະ ນັກຊ່ຽວຊານດ້ານນິຕິກຳ, ຜູ້ຕາງໜ້າສະຖານທູດບັນດາປະເທດ ອາຊຽນ ແລະ ຈີນ ພ້ອມດ້ວຍຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງສັງຄົມ, ສະຖາບັນຄົ້ນຄວ້າຂອງ ຫວຽດນາມ ແລະ ບາງອົງການຈັດຕັ້ງສາກົນ.

ອາ​ຊຽນ ແລະ ຈີນ ຮ່ວມ​ມື​ກັນ​ໃນ​ການ​ປ​ະ​ພຶດ​​ຕໍ່​ຊາວ​ປະ​ມົງ ຢ່າງ​ຍຸ​ຕິ​ທຳ ແລະ ມະ​ນຸດ​ສະ​ທຳ - ảnh 1ກອງປະຊຸມສຳມະນາ ອາຊຽນ - ຈີນ ກ່ຽວກັບການຊຸກຍູ້ການຮ່ວມມືກັນໃນການປະພຶດຕໍ່ຊາວປະມົງຢ່າງຍຸຕິທຳ ແລະ ມະນຸດສະທຳ (ພາບ: baoquocte.vn) 

ຜູ້ແທນບັນດາປະເທດ ອາຊຽນ ໄດ້ແບ່ງປັນວ່າ ການເຄື່ອນໄຫວຈັບຫາປາເກືອບທັງໝົດຂອງປະເທດຕົນແມ່ນມີຂອບຂະໜາດນ້ອຍ, ເຕັກໂນໂລຢີຫຼ້າຫຼັງ, ດັ່ງນັ້ນ ຕ້ອງການມີການຊ່ວຍເຫຼືອຍາວນານ. ກ່ຽວກັບກອບນິຕິກຳ, ທີ່ກອງປະຊຸມດັ່ງກ່າວກໍໄດ້ຮັບຮູ້ຂໍ້ກຳນົດກ່ຽວກັບການຮັບປະກັນຄວາມປອດໄພດ້ານຊີວິດອິນຊີ, ການປະພຶດມະນຸດສະທຳຕໍ່ຊາວປະມົງທີ່ໄດ້ລະບຸໃນຂໍ້ຕົກລົງ, ສັນຍາຫຼາຍສະບັບ ກໍຄື ທຳນຽມສາກົນ. ຜູ້ແທນຫຼາຍທ່ານຖືວ່າ ຕ້ອງມີວິທີການສຳຜັດແບບກວມລວມກວ່າໃນຂົງເຂດຮັບປະກັນຄວາມປອດໄພ, ຊີວິດອິນຊີ ແລະ ການປະພຶດຕໍ່ຊາວປະມົງ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນກໍໄດ້ຮັບຟັງໝາກຜົນການຄົ້ນຄວ້າ ແລະ ຂໍ້ສະເໜີແນະຂອງບາງອົງການຈັດຕັ້ງໃນພາກພື້ນ ກ່ຽວກັບຄວາມອາດສາມາດ, ມາດຕະການຊຸກຍູ້ການຮ່ວມມື ກ່ຽວກັບການປະພຶດຕໍ່ຊາວປະມົງຢ່າງຍຸຕິທຳ ແລະ ມະນຸດສະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ