ອາ​ຊຽນ ແລະ ອົດ​ສະ​ຕາ​ລີ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ

(VOVWORLD) -ຕອນເຊົ້າວັນທີ 04 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອົດສະຕາລີ ແບບທາງໄກ (PMC). ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ແມ່ຍິງ ອົດສະຕາລີ Marise Payne ແລະ ທ່ານເລຂາທິການໃຫຍ່ ອາຊຽນ ພ້ອມກັນເຂົ້າຮ່ວມ.
ອາ​ຊຽນ ແລະ ອົດ​ສະ​ຕາ​ລີ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ - ảnh 1ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອົດສະຕາລີ ແບບທາງໄກ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ຖືວ່າ ອົດສະຕາລີ ສືບຕໍ່ໃຫ້ການໜູນຊ່ວຍບັນດາປະເທດ ອາຊຽນ ໃນການຮັບມືກັບໂລກລະບາດຢ່າງທັນການ ແລະ ມີປະສິດທິຜົນ; ພ້ອມທັງເນັ້ນໜັກວ່າ ອາຊຽນ ແລະ ອົດສະຕາລີ ຄວນມານະພະຍາຍາມຮັບປະກັນການຮັກສາການເປີດປະຕູຕະຫຼາດ, ຮັກສາການເຊື່ອມຕໍ່ລະບົບສະໜອງເປັນປົກກະຕິ; ສົ່ງເສີມ ອົດສະຕາລີ ຕັ້ງໜ້າເຂົ້າຮ່ວມການຮັດແຄບຄວາມແຕກໂຕນໃນການພັດທະນາ ແລະ ຮັບປະກັນການເຕີບໂຕແບບກວມລວມຢູ່ບັນດາອະນຸພາກພື້ນ, ໃນນັ້ນ ມີອະນຸພາກພື້ນແມ່ນ້ຳຂອງ.

        ກ່ຽວກັບບັນດາບັນຫາຢູ່ທະເລ, ທ່ານລັດຖະມົນຕີບຸ່ຍແທັງເຂີນ ສະເໜີໃຫ້ ອົດສະຕາລີ ສົມທົບກັນຍູ້ແຮງການເຈລະຈາ ແລະ ສ້າງຄວາມເຊື່ອໝັ້ນ, ຈົ່ງລະງັບໃຈ ແລະ ເຄົາລົບກົດໝາຍສາກົນ, ລວມທັງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

        ທີ່ກອງປະຊຸມ, ທ່ານນາງລັດຖະມົນຕີ Marise Panyne ໄດ້ແຈ້ງໃຫ້ຊາບວ່າ ພວມຜັນຂະຫຍາຍບ້ວງເງິນລົງທຶນປະມານ 500 ລ້ານ AUD ເພື່ອໜູນຊ່ວຍການຟື້ນຟູຢ່າງຮອບດ້ານຢູ່ພາກພື້ນ; ຮັບປະກັນການຜັນຂະຫຍາຍຂໍ້ລິເລີ່ມຄວາມໝັ້ນຄົງດ້ານສາທາລະນະສຸກ ແລະ ການສຳຜັດກັບວັກຊິນ ທີ່ມີມູນຄ່າງ 523 ລ້ານ AUD, ກໍຄືໜູນຊ່ວຍ ອາຊຽນ ຜັນຂະຫຍາຍກອບຟື້ນຟູສັງລວມ; ປະຕິບັດໂຄງການກໍ່ສ້າງສະໜອງທຶນການສຶກສາສຳລັບນັກຊ່ຽວຊານ ແລະ ພາລະກອນການແພດຈຳນວນ 40 ຄົນ ຢູ່ບັນດາປະເທດ ອາຊຽນ ແລະ ຈະຈັດຕັ້ງການເຈລະຈາ ອາຊຽນ - ອົດສະຕາລີກ່ຽວກັບສຸຂະພາບທາງດ້ານຈິດໃຈໃຫ້ແກ່ໄວໜຸ່ມໃນໄລຍະຈະມາເຖິງ.

        ກ່ຽວກັບການກຳນົດທິດການຮ່ວມມື, ອາຊຽນ ແລະ ອົດສະຕາລີ ເຫັນດີສືບຕໍ່ໃຫ້ບຸລິມະສິດ ສົມທົບກັນຄວບຄຸມໂລກລະບາດໂຄວິດ - 19 ໃຫ້ຢ່າງມີປະສິດທິຜົນ. ສອງຝ່າຍຈະຊຸກຍູ້ການຮ່ວມມືໃນບັນດາຂົງເຂດບຸລິມະສິດ ເປັນຕົ້ນແມ່ນ ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ: ຍາດແຍ່ງໂອກາດທີ່ດີຈາກສັນຍາການຄ້າເລີ ອາຊຽນ - ອົດສະຕາລີ - ນິວຊີແລນ (AANZFTA) ຢ່າງມີປະສິດທິຜົນ, ໃຫ້ສັດຕະຍາບັນສົນທິສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ພ້ອມທັງເປີດກວ້າງການຮ່ວມມືໃນການຫັນເປັນດີຈີຕອນ, ເສດຖະກິດປະດິດຄິດສ້າງ, ເສດຖະກິດດີຈີຕອນ, ພັດທະນາພື້ນຖານໂຄງລ່າງດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ