ອາ​ຊຽນ​ຈະ​ນຳ​ສູນ​ອາ​ຊຽນ​ກ່ຽວ​ກັບ​ການຮັບ​ມືກັບ​ສະ​ຖາ​ນະ​ການ​ສຸກ​ເສີນ ດ້ານ​ສາ​ທາ​ລະ​ນະ​ສຸກ ແລະ ໂລກ​ລະ​ບາດ​ທີ່​ຫາ​ກໍ່ເກີດ​ຂຶ້ນ​ໃໝ່​ເຂົ້າ​ເຄື່ອນ​ໄຫວ

(VOVWORLD) -ບັນດາປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບ ຕ້ອງຍູ້ໄວຄວາມຄືບໜ້າໃນການນຳສູນ ອາຊຽນ ຮັບມືກັບສະຖານະການສຸກເສີນ ດ້ານສາທາລະນະສຸກ ແລະ ໂລກລະບາດທີ່ຫາກໍ່ເກີດຂຶ້ນໃໝ່ (ACPHEED) ເຂົ້າສູ່ການເຄື່ອນໄຫວຕົວຈິງໂດຍໄວ, ສົ່ງເສີມບັນດາການນຳຂັ້ນສູງ ອາຊຽນ ຮັບຮອງເອົາກອບຂໍ້ຕົກລົງແລວທາງໄປມາ ໃນອາຊຽນ (ATCAF).
ອາ​ຊຽນ​ຈະ​ນຳ​ສູນ​ອາ​ຊຽນ​ກ່ຽວ​ກັບ​ການຮັບ​ມືກັບ​ສະ​ຖາ​ນະ​ການ​ສຸກ​ເສີນ ດ້ານ​ສາ​ທາ​ລະ​ນະ​ສຸກ ແລະ ໂລກ​ລະ​ບາດ​ທີ່​ຫາ​ກໍ່ເກີດ​ຂຶ້ນ​ໃໝ່​ເຂົ້າ​ເຄື່ອນ​ໄຫວ - ảnh 1ການນຳຂັ້ນສູງບັນດາປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມ (ພາບ: ກະຊວງການຕ່າງປະເທດ)

ວັນທີ 27 ກັນຍາ, ໜ່ວຍປະຕິບັດງານລະຫວ່າງຂະແໜງ ຂຶ້ນກັບສະພາປະສານງານ ອາຊຽນ ໃນການຮັບມືກັບສະຖານະການສຸກເສີນ ດ້ານສາທາລະນະສຸກ ໄດ້ຈະຕັ້ງກອງປະຊຸມທາງໄກຄັ້ງທີ 7 . ນະທີ່ນີ້, ບັນດາປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບ ຕ້ອງຍູ້ໄວຄວາມຄືບໜ້າໃນການນຳສູນ ອາຊຽນ ຮັບມືກັບສະຖານະການສຸກເສີນ ດ້ານສາທາລະນະສຸກ ແລະ ໂລກລະບາດທີ່ຫາກໍ່ເກີດຂຶ້ນໃໝ່ (ACPHEED) ເຂົ້າສູ່ການເຄື່ອນໄຫວຕົວຈິງໂດຍໄວ, ສົ່ງເສີມບັນດາການນຳຂັ້ນສູງ ອາຊຽນ ຮັບຮອງເອົາກອບຂໍ້ຕົກລົງແລວທາງໄປມາ ໃນອາຊຽນ (ATCAF).

ທ່ານ ຫງວຽນກວັກຢຸງ, ຮອງລັດຖະມົນຕີການຕ່າງປະເທດ, ຜູ້ຕາງໜ້າຝ່າຍ ຫວຽດນາມ ໄດ້ສະເໜີໃຫ້ ອາຊຽນ ຕ້ອງຍູ້ໄວຄວາມຄືບໜ້າໃນການຊື້ວັກຊິນໃຫ້ແກ່ບັນດາປະເທດ ສະມາຊິກ. ຫວຽດນາມ ພວມປະຕິບັດສຳເລັດບັນດາລະບຽບການພາຍໃນຢ່າງຮີບດ່ວນ ເພື່ອປະກາດບັນດາຂໍ້ຄຳໝັ້ນສັນຍາປະກອບສ່ວນເຂົ້າໃນການສາງສຳຮອງວັດຖຸອຸປະກອນການແພດ ອາຊຽນ ແລະ ຕັ້ງໜ້າສົມທົບກັບບັນດາປະເທດ ອາຊຽນ ນຳສູນ ACPHEED ເຂົ້າການເຄື່ອນໄຫວຢ່າງມີປະສິດທິຜົນ, ແບບຍືນຍົງໂດຍໄວ, ສະເໜີໃຫ້ ອາຊຽນສືບຕໍ່ສຸມໃສ່ບັນດາຄວາມມານະພະຍາຍາມເຂົ້າສອງຈຸດສຸມຫຼັກນັ້ນ ແມ່ນ ຊຸກຍູ້ການຟື້ນຟູເສດຖະກິດ ແລະ ຫຼຸດຜ່ອນຜົນກະທົບຢ່າງຕັ້ງໜ້າຂອງໂລກລະບາດໂຄວິດ - 19 ຕໍ່ປະຊາຊົນໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ