ອາຊຽນຕ້ອງມີການສຳພັດລວມ,ແຂງແຮງກ່ວາກັບຈີນ

ອາຊຽນຕ້ອງມີການສຳພັດລວມ,ແຂງແຮງກ່ວາກັບຈີນ - ảnh 1
ກຳ່ປັ່ນ ຈີນ ຕຳໃສ່ກຳ່ປັນ ຫວຽດນາມ
(ພາບປະກອບ)

(vovworld) – ຕໍ່ໜ້າ​ບັນດາ​ການກະທຳ​ເຕັມ​ໄປ​ດ້ວຍ​ອຸບາຍ​ຂອງ ຈີນ ​ເພື່ອ​ແນ​ໃສ່​ເປີດ​ກ້ວາງ​ອະທິປະ​ໄຕ​ຂອງ​ຕົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ອາ​ຊຽນ ຄວນ​ມີ​ການ​ສຳ​ພັດ​ລວມ, ​​ແຂງ​​​ແຮງ​ກ່ວາ​ກັບ ຈີນ ​ເພື່ອ​ຊຸກຍູ້​ການ​ສ້າ​ງສຳ​ເລັດ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ນີ້​ແມ່​ນຄຳ​ເຫັນ​ຂອງ ປະລິຍາ​ເອກ William Choong, ນັກ​ຊ່ຽວຊານ​ຄົ້ນ​ຄ້ວາ​ຂັ້ນ​ສູງ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄ້ວາຍຸ​ດທະ​ສາດ​ສາກົນ (IISS), ພາກ​ພື້ນ ອາຊີ, ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ ຫວຽດນາມ ຢູ່ ສິງ​ກາ​ໂປ. ປະລິຍາ​ເອກ Choong ​ເວົ້າ​ວ່າ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ ​ແມ່ນ “ການ​ກະທຳ​ທີ່​ໄດ້​ຮັບ​ການຄິດ​ໄລ່​ຊັ່ງຊາ​​ກ່ອນ​ແລ້ວ ​ແລະ ປັກ​ກິ​ງ ​ໄດ້​ສ້າງ​ແຜນການຢ່າງ​ລະອຽດ ​ເພື່ອ​ຢືດຄອງ​ບໍລິ​ເວນ​ທາງ 9 ຕອນ​ທັງ​ໝົດ​ເທື່ອ​ລະ​ກ້າວ”. ທ່ານ Choong ກໍ່ ຖື​ວ່າ: ຕໍ່ໜ້າ​ບັນດາ​ການ​ກະທຳ​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ, ຖ້າ​ຫາກ​ບໍ່​ມີ​ປະຕິກິລິຍາ​ໃດໆ “ຈີນ​ຈະ​​ເຮັດ​ໃຫ້​ອຸບາຍ​ຂອງ​ຕົນ​ປະກົດ​ຜົນ​ເປັນ​ຈິງ ​ແລະ ​ເປີດ​ກ້ວາງ​ອະທິປະ​ໄຕ​ຂອງຕົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ”. ກ່ຽວ​ກັບ​ວິທີ​ຮັບ​ມືຂອງ ຫວຽດນາມ, ທ່ານ Choong ຊົມ​ເຊີຍ​ ຫວຽດນາມ ບໍ່​ເຮັ​ດ​ໃຫ້​ສະພາບ​ມີຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ ​ແລະ ບໍ່​ນຳ​ໃຊ້​ກຳລັງ​ອາວຸດ​ເພື່ອ​ຕ້ານ​ຄືນບັນດາ​ກຳ​ປັ່ນ​ຂອງ ຈີນ ຢູ່​ອ້ອມ​ເຂດ​ຕັ້ງ​ຮ້າຍ​​ເຈາະ​ນ້ຳມັນ ​ໄຮ​ຢາງ - 981 ​ແລະ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ມີ​ການ​ສຳ​ພັດ​ເໝາະສົມ​ກັບ​ບັນດາ​ການ​ທ້າ​ທາຍ​ຂອງ ຈີນ ຢູ່​ເຂດ​ທະ​ເລ​ຂອງ​ຕົນ.


ຂ່າວ/ບົດ​ອື່ນ