ອາຊຽ​ນ​ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ສິ່ງ​ທ້າ​ທາຍກ່ຽວ​ກັບ​ບັນ​ຫາ​ອັດ​ຕາ​ພົນ​ລະ​ເມືອງ​ອາ​ຍຸ​ສູງຫຼາຍ​ເກີນ​ໄປ

(VOVWORLD) -ກອງປະຊຸມສຳມະນາສາກົນແກ້ໄຂບັນຫາ ອັດຕາພົນລະເມືອງອາຍຸສູງຫຼາຍເກີນໄປ ຢ່າງມີຄວາມ ຂະຫຍັນຂັນແຂງ, ປະດິດຄິດສ້າງ ແລະ ໝູນໃຊ້ເຕັກໂນໂລຢີໃນການເບິ່ງແຍງດູແລຜູ້ອາຍຸສູງ ເຊິ່ງດຳເນີນໃນວັນທີ 19 ພະຈິກ ຢູ່ຮ່າໂນ້ຍ. 

ນີ້ແມ່ນຂໍ້ລິເລີ່ມ  ໂດຍຫວຽດນາມ ຍົກອອກ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມຈາກບັນດາປະເທດສະມາຊິກອາຊຽນ ໃນຖານະບົດບາດເປັນຮອງປະທານສູນຜູ້ອາຍຸສູງ ຂະຫຍັນຂັນແຂງ, ປະດິດຄິດສ້າງ ອາຊຽນ (ACAI).

ທີ່ກອງປະຊຸມສຳມະນາ, ນັກຊ່ຽວຊານສາກົນຫຼາຍທ່ານ ມາຈາກປະເທດສະມາຊິກອາຊຽນ, ກອງທຶນປະຊາກອນ ສປຊ, ລັດຖະບານ ຍີ່ປຸ່ນ, ສະຖາບັນຄົ້ນຄ້ວາ Mitubishi, ອົງການຄູ່ຮ່ວມມືປະຊາກອນແລະພັດທະນາ ໄດ້ແບ່ງປັນບົດຮຽນ, ປະສົບການ, ຂໍ້ລິເລີ່ມ ໃນການຊຸກຍູ້ ອັດຕາພົນລະເມືອງອາຍຸສູງຫຼາຍເກີນໄປ ຢ່າງມີຄວາມຂະຫຍັນຂັນແຂງ, ຜູ້ອາຍຸສູງມີສຸຂະພາບແຂງແຮງ ແລະ ມີຫົວຄິດປະດິດສ້າງ ໃນປະຊາຄົມອາຊຽນ. ກອງປະຊຸມສຳມະນາແມ່ນມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ ສາມັກຄີ, ຮັບມືກັບບັນຫາທີ່ເກີດຂຶ້ນກັບພົນລະເມືອງທີ່ມີອາຍຸສູງ.

ຕອບກັບ

ຂ່າວ/ບົດ​ອື່ນ