ອາບການິດສຖານ ກ່າວຜູກໂທດອາເມລິກາ ແລະ ຕາລີບານ ດຳເນີນການເຈລະຈາສັນຕິພາບລັບ

ອາບການິດສຖານ ກ່າວຜູກໂທດອາເມລິກາ ແລະ ຕາລີບານ ດຳເນີນການເຈລະຈາສັນຕິພາບລັບ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 10/03, ທ່ານ​ປະທານ​ນາ​ທິບໍດີອາບກາ​ນິດ​ສຖານ Hamid Karzai ​ໃຫ້​ຮູ້​ວ່າ ອາ​ເມ​ລິ​ກາ ​ແລະ ກຳລັງ​ທະຫານ​ກະບົດຕາ​ລີ​ບານ ຢູ່​ອາບ​ກາ​ນິດ​ສຖານ ພວມ​ດຳ​ເນີນ​ບັນດາ​ການ​ເຈລະຈາສັນຕິພາບ​ລັບ​ຢູ່ ກວາ​ຕາ. ທ່ານ​ປະທານາທິບໍດີ Hamid Karzai ຍັງ​ກ່າວ​ຜູກ​ໂທດຕາ​ລີ​ບານ ​ແລະ ອາ​ເມ​ລິ​ກາ ພວມຮ່ວມ​ມືກັນເພື່ອ​​ເກ້​ຍກ່ອມ​​ໃຫ້​ປະຊາຊົນອາບ​ກາ​ນິດ​ສຖານ ວ່າ ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ນັບ​ມື້​ນັບ​ຊົ່ວຮ້າຍ​ລົງ ຖ້າ​ຫາກ​ທະຫານ​ຕ່າງປະ​ເທດ​ທັງ​ໝົດຖອນຈາກ​ປະ​ເທດ. ບັນດາ​ການ​ບຸກ​ໂຈມ​ຕີ​ສະ​ຫຼະຊີບຂອງຕາ​ລີ​ບານ ​ໄດ້​ເພີ່ມ​ຂຶ້ນ​ໃນ​​ໄລຍະຫວ່າງ​ມໍ່ໆ​ມາ​ນີ້ ​ແມ່ນ​ແນ​ໃສ່​ຮັບ​ໃຊ້​ອາ​ເມ​ລິ​ກາ ​ເພື່ອ​ແກ່ຍາວ​ການ​ສູ້​ຮົບ ​ແລະ ຊີ້​ໃຫ້​ເຫັນ​ວ່າ ອາບ​ກາ​ນິດ​ສຖານ ຕ້ອງການ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ກຳລັງ​ຕ່າງປະ​ເທດ​. ແຕ່​ວ່າ, ນັບ​ທັງ​ອາ​ເມ​ລິ​ກາ ​ແລະ ຕາ​ລີ​ບານ ລ້ວນ​ແຕ່ປະຕິ​ເສດຂໍ້​ມູນ​ຂ່າວ​ດັ່ງກ່າວ. ທ່າ​ນປະທານາທິບໍດີ Hamid Karzai​ ໄດ້​ວາງ​ວິວັດ​ທະ​ນາ​ການສັນຕິພາບອອກ​ມາເພື່ອ​ແນ​ໃສ່​​ເກ້​ຍກ່ອມ​ໃຫ້ຕາ​ລີ​ບານ ​ແລະ ບັນດາ​ກຸ່ມ​ລູກ​ຮື້​ຂຶ້ນ​ພາຍ​ໃນ​ປະ​ເທດ​ເຫັນ​ດີຕໍ່ກາ​ນຢຸດ​ຍິງ. ຕາ​ລີ​ບານ ​ໄດ້​ຖະ​ແຫຼ​ງວ່າ ບໍ່​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ລັດຖະບານ​ອາບ​ກາ​ນິດ​ສຖານ ​ແລະ ກ່າວ​ຜູກ​ໂທດວ່າ ​ອຳນາດ​ການ​ປົກຄອງ​ໃນ​ປະຈຸ​ບັນ​​ພວມ​ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ອາ​ເມ​ລິ​ກາ.
ຂ່າວ/ບົດ​ອື່ນ