ອາບການິດສະຖານ ທັບມ້າງບັນດາກົນອຸບາຍບຸກໂຈມຕີກໍ່ການຮ້າຍຢູ່ Kabul

ອາບການິດສະຖານ ທັບມ້າງບັນດາກົນອຸບາຍບຸກໂຈມຕີກໍ່ການຮ້າຍຢູ່ Kabul - ảnh 1
ພາບປະກອບ

(vovworld) - ບັນດາ​ກຳລັງ​ປະກອບ​ອາວຸດ​ຂອງ ອາບ​ກາ​ນິດ​ສະຖານ ​ແລະ ທະຫານ​ປະສົມ​ໂດຍ​ອົງການ NATO ນຳ​ໜ້າ ​ໄດ້ທັບ​ມ້າງ​ກົນອຸບາຍ​ປະຕິບັດ​ບັນດາ​ການ​ບຸກ​ໂຈມ​ຕີ​ສະຫຼະ​ຊີບ​ຢູ່ນະຄອນຫຼວງ Kabul ​ໃນ​ວັນ​ທີ 12/8, ​ຈັບ​ຕົວ​ເປົ້າ​ໝາຍຖືກ​ລະ​ແວງ​ສົງ​ໄສ 5 ຄົນທີ່​ກ່ຽວຂ້ອງ​​ເຖິງ​ກຳລັງ​ລຸກ​ຮື​ຂຶ້ນ​ຢູ່ ປາ​ກິດ​ສະຖານ. ກຳລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​​ໄດ້​ຢືດ​ເອົາ​ອຸປະກອນ​​ເພື່ອ​ກະກຽມ​ໃຫ້ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍຈຳນວນ​ຫຼາຍ. ອົງການ​ສືບ​ລາຊະການ​ລັບ ອາບ​ກາ​ນິດ​ສະຖານ ​ໃຫ້​ຮູ້​ວ່າ, ພວກ​ກໍ່​ການ​ຮ້າຍ​​ໄດ້​ຂຶ້ນ​ແຜນການ​ບຸກ​ໂຈມ​ຕີ​ສຳນັກງານ​ສະພາ​ແຫ່ງ​ຊາດ ​ແລະ ທຳນຽບຂອງ​ທ່ານ​ຮອງ​ປະທານາທິບໍດີ Mohammad Karim Khalili. ໜຶ່ງໃນ​ເປົ້າ​ໝາຍ 5 ຄົນ​ດັ່ງກ່າວ ​ແມ່ນ​ຊາວ ​ປາ​ກິດ​ສະຖານ, ​ເຂົາ​ເຈົ້າ​ໄດ້​ນຸ່ງ​ຊຸດ​​ທະຫານ ອາບ​ກາ​ນິດ​ສະຖານ, ຖື​ບັດປະຈຳຕົວ​, ​ເງິນສົດ ​ແລະ ​sim card ​​ໂທລະສັດມື​ຖືທີ່​ມີ​ຕົ້ນ​ກຳ​ເນີ​ດຈາກ ປາ​ກິດ​ສະຖານ.

ຂ່າວ/ບົດ​ອື່ນ