ອາບການິດສະຖານໂຈະການປະກາດໝາກຜົນການເລືອກຕັ້ງປະທານາທິບໍດີ

ອາບການິດສະຖານໂຈະການປະກາດໝາກຜົນການເລືອກຕັ້ງປະທານາທິບໍດີ  - ảnh 1
ຜູ້ມີສິດເລືອກຕັ້ງໄປປ່ອນບັດຢູ່ນະຄອນຫຼວງ Kabul ໃນວັນທີ 5/4.
(ພາບ: AFP/TTXVN)

(vovworld) - ອາບ​ກາ​ນິດ​ສະຖານ​ໂຈະ​ການ​ປະກາດໝາກຜົນ​ການ​ເລືອກຕັ້ງ ປະທານາທິບໍດີ - ນີ້​ແມ່ນສາຍ​ເຫດ​ທີ່​ຄະນະ​ກຳມະການ​ເລືອກ​ຕັ້ງ​ເອກະລາດ ອາບ​ກາ​ນິດ​ສະຖານ (IEC) ຍົກ​ອອກ​ມາ​ໃນ​ວັນ​ທີ 14/5, ​ຍ້ອນ​ວ່າ​ບໍ່​ທັນ​ສຳ​ເລັດ​ວິວັດ​ການ​ສືບ​ສວນ​ກ່ຽວ​ກັບ​ການ​ສໍ້​ໂກງ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ເດືອນ 4 ຜ່ານ​ມາ.

    ຕາມ​ໝາກຜົນ​ຂອງ​ການ​ນັບບັດ​ໃນ​ເບື້ອງ​ຕົ້ນ​ປະກາດ​ໃນ​ວັນ​ທີ 26/4 ​ແລ້ວ, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ທັງ 2 ທ່ານນຳ​ໜ້າ​ແມ່ນທ່ານອະດີດ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ Abdullah ​Abdullah ແລະ ທ່ານ​ອະດີດ​ລັດຖະມົນຕີ​ກະຊວງ​ການ​ເງິນ Ashraf Ghani ລ້ວນ​ແຕ່​ບໍ່​ຍາດ​ໄດ້​ຈຳນວນ​ບັດ​ກ່ວາ​ເຄິ່ງໜຶ່ງ ​ເພື່ອ​ສາມາດ​ຍາດ​ໄດ້​ໄຊຊະນະ. ທ່ານ Abdullah ຍາດ​ໄດ້​ຈຳນວນ​ບັດ​ສະໜັບສະໜູນ 44,9%, ​ໃນ​ຂະນະ​ທີ່​ທ່ານ Ghani ຍາດ​ໄດ້​ພຽງ 31,5%. ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ທັງ 2 ທ່ານ​ຈະ​ຕ້ອງ​ກ້າວ​ເຂົ້າ​ສູ່​ຮອບ​ເລືອກ​ຕັ້ງ​ທີ 2, ຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 7/6 ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ