ອາ​ຟະ​ລິ​ກາ​ໃຕ້ ຖື​ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ແຖວໜ້າຂອງ ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) -ອາຟະລິກາໃຕ້ ຖືຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ຈະສືບຕໍ່ມານະພະຍາຍາມໃຫ້ຫຼາຍກວ່າອີກ ເພື່ອຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ.

         ນີ້ແມ່ນຄໍາຢັ້ງຢືນຂອງທ່ານນາງຮອງລັດຖະມົນຕີກະຊວງການຕ່າງະເທດ ອາຟະລິກໃຕ້ Candith Mashego –Dlamini ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາຟະລິກາໃຕ້ ຫວູວັນຢຸງ ພ້ອມດ້ວຍພັນລະຍາ ໃນວັນທີ 27 ມັງກອນ, ເນື່່ອງໃນໂອກາດທ່ານເອກອັກຄະລັດຖະທູດເຂົ້າຢ້ຽມອໍາລາ ສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດຢູ່ປະເທດນີ້.

ອາ​ຟະ​ລິ​ກາ​ໃຕ້ ຖື​ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ແຖວໜ້າຂອງ ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1 ການຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາຟະລິກາໃຕ້ ຫວູວັນຢຸງ (ພາບ: TTXVN)

        ກ່າວຄໍາເຫັນນະທີ່ນີ້, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງະເທດ ອາຟະລິກໃຕ້ Candith Mashego – Dlamini ຢັ້ງຢືນວ່າ ອາຟະລິກາໃຕ້ ຖືການພັດທະນາການພົວພັນກັບຫວຽດນາມ ເປັນສໍາຄັນທີ່ສຸດ, ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມປະຕິບັດບັນດາຄວາມຮັບຮູ້ລວມຂອງການນໍາຂັ້ນສູງສອງປະເທດໃຫ້ມີປະສິດທິຜົນ, ເປີດກວ້າງ ແລະ ເຮັດໃຫ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ... ໃຫ້ເລິກເຊິ່ງຢ່າງບໍ່ຢຸດຢັ້ງ.

        ສ່ວນທ່ານເອກອັກຄະລັດຖະທູດ ຫວູວັນຢຸງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການເພີ່ມທະວີການພົວພັນກັບ ອາຟະລິກາໃຕ້ ເປັນສໍາຄັນ ເຊ່ິ່ງເປັນປະເທດທໍາອິດ ແລະ ໜຶ່ງດຽວຢູ່ ອາຟະລິກາ ທີ່ຫວຽດນາມສ້າງຕັ້ງການພົວພັນ “ຄູ່ຮ່ວມມືເພື່ອການຮ່ວມມື ແລະ ພັດທະນາ”.


ຕອບກັບ

ຂ່າວ/ບົດ​ອື່ນ