ອາເມລິກາ ກຽມພ້ອມເພີ່ມທະວີການຮ່ວມມືກັບ ຈີນ

(VOVWORLD) - 2 ປະເທດຄວນເພີ່ມທະວີສົມທົບກັນ ແລະ ຮ່ວມມືໃນບັນດາບັນຫາສາກົນ, ຕາມນັ້ນແລ້ວ, ຄວນແກ້ໄຂບັນດາການຂັດແຍ້ງກັນກໍ່ຄືບັນດາບັນຫາສະດຸ້ງໄວລະຫວ່າງ 2 ປະເທດຢ່າງສົມເຫດສົມຜົນ
ອາເມລິກາ ກຽມພ້ອມເພີ່ມທະວີການຮ່ວມມືກັບ ຈີນ - ảnh 1 ພາບປະກອບ

ວັນທີ 9 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນບັນດາການພົວພັນ ອາເມລິກາ - ຈີນ ແມ່ນສຳຄັນທີ່ສຸດ, ພ້ອມທັງເນັ້ນໜັກວ່າ: ວໍຊິງຕັນ ກຽມພ້ອມເພີ່ມທະວີການຮ່ວມມືກັບ ປັກກິ່ງ ເພື່ອຊຸກຍູ້ບັນດາການພົວພັນ 2 ຝ່າຍ. ທ່ານປະທານາທິບໍດີ Trump ໄດ້ຍົກອອກຄຳຖະແຫຼງດັ່ງກ່າວໃນການຕ້ອນຮັບທ່ານ ຢາງເຈຍຊື້, ກຳມະການໃນຄະນະລັດຖະບານ ຈີນ ຢູ່ທຳນຽບຂາວ. ທີ່ການຕ້ອນຮັບ, ທ່ານ ຢາງເຈຍຊື້ ເນັ້ນໜັກວ່າ: 2 ປະເທດຄວນເພີ່ມທະວີສົມທົບກັນ ແລະ ຮ່ວມມືໃນບັນດາບັນຫາສາກົນ, ຕາມນັ້ນແລ້ວ, ຄວນແກ້ໄຂບັນດາການຂັດແຍ້ງກັນກໍ່ຄືບັນດາບັນຫາສະດຸ້ງໄວລະຫວ່າງ 2 ປະເທດຢ່າງສົມເຫດສົມຜົນ, ປະຕິບັດຄວາມເຫັນດີເຫັນພ້ອມທີ່ບັນລຸໄດ້ລະຫວ່າງປະທານາທິບໍດີ Trump ແລະ ທ່ານປະທານປະເທດ ສືຈີ້ນຜິງ ຢູ່ ປັກກິ່ງ ເມື່ອເດືອນ ພະຈິກ ຜ່ານມາ. ທ່ານ ຢາງເຈຍຊື້ ກໍ່ຖືວ່າ: ສະພາບການພົວພັນ ຈີນ - ອາເມລິກາ ກ່ຽວຂ້ອງເຖິງທົ່ວໂລກ, ແລະ ເລື່ອງຊຸກຍູ້ການພົວພັນ 2 ຝ່າຍລະຫວ່າງ 2 ປະເທດບໍ່ພຽງແຕ່ຕອບສະໜອງບັນດາຜົນປະໂຫຍດຂອງປະຊາຊົນ 2 ປະເທດ ເທົ່ານັ້ນ ຫາກຍັງ ເໝາະສົມກັບຄວາມມຸ່ງມາດປາດຖະໜາລວມຂອງປະຊາຄົມໂລກອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ