ອາເມລິກາ ຍົກອອກຂໍ້ສະເໜີຢຸດຍິງໃໝ່ຢູ່ເຂດ ກາຊາ

(VOVWORLD) - ຕາມການສະເໜີ, ເວລາຢຸດຍິງຢູ່ ກາຊາ ແກ່ຍາວແຕ່ 42 – 50 ວັນ.
ອາເມລິກາ ຍົກອອກຂໍ້ສະເໜີຢຸດຍິງໃໝ່ຢູ່ເຂດ ກາຊາ - ảnh 1(ພາບປະກອບ: Reuters)

        ໃນບັນດາການສົນທະນາປະນິປະນອມພວມດຳເນີນໄປຢູ່ ໂດຮາ, ຂອງ ກາຕາ ໃນວັນທີ 13 ມີນາ, ທ່ານ Steve Witkoff, ທູດພິເສດ ອາເມລິກາ ກ່ຽວກັບເຂດ ຕາເວັນອອກກາງ ໄດ້ສະເໜີແກ່ຍາວກຳນົດເວລາຢຸດຍິງຢູ່ເຂດ ກາຊາ, ໄປພ້ອມກັບເງື່ອນໄຂປ່ອຍຕົວປະກັນ ແລະ ຍົກເລີກຄຳສັ່ງປິດລ້ອມການເຄື່ອນໄຫວຂົນສົ່ງເຄື່ອງບັນເທົາທຸກມະນຸດສະທຳຢູ່ທີ່ນີ້.

        ຕາມການສະເໜີ, ເວລາຢຸດຍິງຢູ່ ກາຊາ ແກ່ຍາວແຕ່ 42 – 50 ວັນ. ໃນຈຸດເວລານີ້, ຂະບວນການ ຮາມາດສ ຈະປ່ອຍຕົວປະກັນ 5 ຄົນທີ່ຍັງມີຊີວິດຢູ່ ແລະ ມອບຊາກສົບຕົວປະກັນ 10 ຄົນ. ໃນຂະນະນັ້ນ, ຝ່າຍ ອິດສະຣາແອັນ ອະນຸຍາດໃຫ້ຟື້ນຟູການຂົນສົ່ງເຄື່ອງໜູນຊ່ວຍມະນຸດສະທຳຈາກພາຍນອກເຂົ້າເຂດ ກາຊາ. ພ້ອມກັນນັ້ນ, ບັນດາຝ່າຍກໍ່ດຳເນີນການເຈລະຈາເລື່ອງສິ້ນສຸດການປະທະກັນຢ່າງສິ້ນເຊິງ.

ຕອບກັບ

ຂ່າວ/ບົດ​ອື່ນ