ອາເມລິກາ ປະກາດບັນດາຄຳສັ່ງລົງໂທດໃໝ່ເລັ່ງໃສ່ ອີຣານ

(VOVWORLD) - ວັນທີ 30 ພຶດສະພາ, ອາເມລິກາ ໄດ້ຈັດວາງຄຳສັ່ງລົງໂທດເລັ່ງໃສ່ສ່ວນບຸກຄົນ 6 ຄົນ ແລະ 3 ອົງການຢູ່ ອີຣານ, ໃນນັ້ນມີຄຸກ Evin Prison ຢູ່ນະຄອນຫລວງ ເຕເຮຣານ.
ອາເມລິກາ ປະກາດບັນດາຄຳສັ່ງລົງໂທດໃໝ່ເລັ່ງໃສ່ ອີຣານ - ảnh 1ກະຊວງການເງິນ ອາເມລິກາ (ພາບ: AFP/TTXVN)

ຕາມແຈ້ງການລົງໃນເວັບໄຊຂອງ ກະຊວງການເງິນ ອາເມລິກາ ແລ້ວ, ບັນດາມາດຕະການລົງໂທດຄັ້ງນີ້ ຍັງເລັ່ງໃສ່ກຸ່ມ Ansar-e Hezbollah ແລະ ກຸ່ມ ສ້າງໂປແກຼມ Hanista ຂອງ ອີຣານ.

        ວັນທີ 22 ພຶດສະພາ ຜ່ານມາ, ກະຊວງການເງິນ ອາເມລິກາ ໄດ້ປະກາດຈັດວາງຄຳສັ່ງລົງໂທດສຳລັບພົນລະເມືອງ ອີຣານ 5 ຄົນ ຊຶ່ງ ວໍຊິງຕັນ ຖືວ່າ ມີສ່ວນກ່ຽວຂ້ອງເຖິງກຳລັງພິທັກຮັກສາການປະຕິວັດອິດສະລາມ (IRGC). ກ່ອນໜ້ານັ້ນ, ວັນທີ 10 ພຶດສະພາ, ກະຊວງການເງິນ ອາເມລິກາ ກໍ່ໄດ້ຈັດວາງຄຳສັ່ງລົງໂທດສຳລັບສ່ວນບຸກຄົນ 9 ຄົນ ແລະ ອົງການຂອງ ອີຣານ ທີ່ຖືກກ່າວຫາວ່າ ໄດ້ໂອນເງິນໃຫ້  IRGC ນັບລ້ານໆ USD.

ຕອບກັບ

ຂ່າວ/ບົດ​ອື່ນ