ອາເມລິກາ ປາດຖະໜາຢາກໃຫ້ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດການລົງທຶນ SelectUSA

(VOVWORLD) - ກອງປະຊຸມປີ 2024 ຈະຈັດຂຶ້ນແຕ່ວັນທີ 23 – 26 ມິຖຸນາ, ຢູ່ນະຄອນຫຼວງ ວໍຊິນຕັນ, ອາເມລິກາ.
ອາເມລິກາ ປາດຖະໜາຢາກໃຫ້ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດການລົງທຶນ SelectUSA - ảnh 1ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E.Knapper
(ພາບ: ສະຖານທູດ ອາເມລິກາ)

        ໃນຂໍ້ມູນທີ່ໄດ້ຍົກອອກມາກ່ອນຈັດກອງປະຊຸມສຸດຍອດການລົງທຶນ SelectUSA ຄັ້ງທີ 10, ປີ 2024, ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E.Knapper ໃຫ້ຮູ້ວ່າ, ອາເມລິກາ ປາດຖະໜາວ່າ ບັນດາວິສາຫະກິດ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມ.

        ກອງປະຊຸມປີ 2024 ຈະຈັດຂຶ້ນແຕ່ວັນທີ 23 – 26 ມິຖຸນາ, ຢູ່ນະຄອນຫຼວງ ວໍຊິນຕັນ, ອາເມລິກາ. ທ່ານ Stephen Green, ທີ່ປຶກສາດ້ານການຄ້າ, ສະຖານທູດ ອາເມລິກາ ປະຈຳ ຫວຽດນາມ, ໃຫ້ຮູ້ວ່າ, ອາເມລິກາ ແມ່ນຕະຫຼາດບໍລິໂພກໃຫຍ່ທີ່ສຸດໃນໂລກ ແລະ ແມ່ນການຄັດເລືອກທີ່ດີໃຫ້ທຸກບໍລິສັດຂອງ ຫວຽດນາມ ທີ່ຢາກບືນຕົວອອກສູ່ໂລກ. ບັນດາບໍລິສັດ, ວິສາຫະກິດສາກົນ, ໃນນັ້ນມີ ຫວຽດນາມ ສາມາດເຊື່ອມຕໍ່ ແລະ ດຳເນີນບັນດາລະບຽບການສົ່ງເສີມການຄ້າຢ່າງມີປະສິດທິຜົນ, ງ່າຍດາຍ.

        ວັນທີ 13 ມີນາ, ສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ກໍ່ໃຫ້ຮູ້ວ່າ, ແຕ່ວັນທີ 18 – 21 ມີນາ, ມີຄະນະຜູ້ແທນຂອງວິສາຫະກິດແຖວໜ້າ ອາເມລິກາ 50 ແຫ່ງ ຈະມາ ຫວຽດນາມ ເພື່ອຊອກຮູ້ກາລະໂອກາດລົງທຶນໃນຫຼາຍຂົງເຂດຫຼັກແຫຼ່ງ, ຄື: ເຕັກໂນໂລຊີ, ພະລັງງານ, ການບິນ, ການປ້ອງກັນຊາດ, ການບໍລິການການເງິນ, ສາທາລະນະສຸກ, ກະສິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ