ອາ​ເມ​ລິ​ກາ​: ຢັ້ງ​ຢືນ​ຊື່​ຂອງ​ຜູ້​ຖືກ​ສົງ​ໄສ​ໃນ​ເຫດ​ຍິງ​ປືນ ເຊິ່ງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ກົນ​ອຸ​ບາຍ​​ລອບ​ສັງ​ຫານ​ທ່ານ Trump ຄັ້ງ​ທີ 2

(VOVWORLD) - ວັນທີ 15 ກັນຍາ, ທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump ເອົາຕົວລອດຢ່າງປອດໄພພາຍຫຼັງເຫດຍິງປືນທີ່ເກີດຂຶ້ນໃນວັນທີ 15 ກັນຍາ, ຕາມເວລາທ້ອງຖິ່ນ, ເຊິ່ງຢູ່ໃກ້ບ່ອນທ່ານພວມຕີກອັບຢູ່ລັດ Florida. 
ອາ​ເມ​ລິ​ກາ​: ຢັ້ງ​ຢືນ​ຊື່​ຂອງ​ຜູ້​ຖືກ​ສົງ​ໄສ​ໃນ​ເຫດ​ຍິງ​ປືນ ເຊິ່ງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ກົນ​ອຸ​ບາຍ​​ລອບ​ສັງ​ຫານ​ທ່ານ Trump  ຄັ້ງ​ທີ 2 - ảnh 1ກຳລັງເຈົ້າໜ້າທີ່ ອາເມລິກາ ກຳລັງດຳເນີນການສືບສວນເຫດຍິງປືນ (ພາບ: Reuters)

ບັນດາກຳລັງເຈົ້າໜ້າທີ່ ອາເມລິກາ ພາຍຫຼັງຖືກກັກຂັງ ແລະ ຢັ້ງຢືນໄດ້ຊື່ຂອງຜູ້ຖືກສົງໄສປະຕິບັດການຍິງປືນ ທີ່ໄດ້ຮັບຖືວ່າແມ່ນກົນອຸບາຍລອບສັງຫານ ທ່ານ Trump ຄັ້ງທີ 2 ໃນຮອບເວລາ 2 ເດືອນຜ່ານມາ.

        ກຳລັງເຈົ້າໜ້າທີ່ຮັບຜິດຊອບຢັ້ງຢືນວ່າ ມືປືນດັ່ງກ່າວແມ່ນ Ryan Wesley Routh ມີອາຍຸກວ່າ 50 ປີ. ລາວໄດ້ຖືປືນຍາວ rifle ແລະ ຢືນຫ່າງຈາກທ່ານ Trump ປະມານ 300 – 450 ເມັດ ເມື່ອທ່ານ Trump ພວມຕີ ກັອບ. ອົງການສືບລັບ ອາເມລິກາ ໄດ້ພົບເຫັນຢ່າງວ່ອງໄວ ແລະ ຈັບຕົວມືປືນດັ່ງກ່າວໃນຂະນະທີ່ພວມແລ່ນໜີ. ນີ້ແມ່ນກົນອຸບາຍລອບສັງຫານທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump ຄັ້ງທີ 2 ໃນຮອບເວລາ 2 ເດືອນຜ່ານມາ, ນັບແຕ່ເມື່ອທ່ານ Trump ຖືກຍິງໃສ່ຫູ ໃນເວລາດຳເນີນການຫາສຽງເລືອກຕັ້ງຢູ່ກາງແຈ້ງ ຢູ່ລັດ Pennsylvania ເມື່ອທ້າຍເດືອນ ກໍລະກົດ.

        ບັນດາອົງການເຈົ້າໜ້າທີ່ຂອງ ອາເມລິກາ ກຳລັງດຳເນີນການສືບສວນເຫດຍິງປືນດັ່ງກ່າວ.

ນັກຂ່າວ VOV ປະຈຳ ອາເມລິກາ  

ຕອບກັບ

ຂ່າວ/ບົດ​ອື່ນ