ອາເມລິກາ, ລັດເຊຍ ແລະ ສະຫະປະຊາຊາດ ປຶກສາຫາລືກ່ຽວກັບສະພາບການຢູ່ ຊີຣີ

ອາເມລິກາ, ລັດເຊຍ ແລະ ສະຫະປະຊາຊາດ ປຶກສາຫາລືກ່ຽວກັບສະພາບການຢູ່ ຊີຣີ - ảnh 1
ລັດຖະມົນຕີການຕ່າງປະເທດລັດເຊຍ ແະ ທູດພິເສດລວມຂອງສະຫະປະຊາຊາດ ແລະ ສະຫະພັນ ອາຣັບ
(ພາບ: ອີນເຕີເນັດ)

(vovworld) - ການ​ພົບ​ປະລະ​ຫວ່າງ​ອາ​ເມ​ລິ​ກາ, ລັດ​ເຊຍ ​ແລະ ທູດ​ພິ​ເສດ​ລວມຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ ອາຣັບ (ຫຼື AL) ຮັບຜິດຊອບ​ກ່ຽວ​ກັບ​ບັນຫາ ຊີຣີ, ທ່ານ Lakhdar Brahimi, ຈະ​ຖືກ​ຈັດ​ຂຶ້ນ​ໃນ​ກາງ​ເດືອນ 1. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ, ທ່ານ​ນາງ Victoria Nuland, ​​ແຈ້ງ​ໃຫ້​ຊາບ​ເມື່ອ​ວັນ​ທີ 2/1. ຕາມ​ທ່ານນາງ Nuland ​ແລ້ວ, ວໍ​ຊິງ​ຕັນ ຫວັງ​ວ່າ ​ໂມ​ດສະ​ກູ ຈະ​ນຳ​ໃຊ້​ທຸກໆ​ອິດທິພົນ​​ຂອງ​ຕົນ​ ຕໍ່ ຊີຣີ ​ເພື່ອ​ເກັຍກ່ອມທ່ານ​ປະທານາທິບໍດີ ຊີຣີ Bashar Al Assad ລາ​ອອກ​ຈາ​ກຕຳ​ແໜ່​ງ. ທ່ານ​ນາງ Nuland ຢ້ຳ​ຄືນ​ຫຼັກໝັ້ນ​ຂອງ ອາ​ເມ​ລິ​ກາ​ວ່າ: ທ່ານ Al Assad ບໍ່​ມີ​ໂອກາດ​ເຂົ້າ​ຮ່ວມ​ທຸກໆ​ວິວັດທະນາການ​ການ​ເມືອງ​ຢູ່ ຊີຣີ ອີກ. ກ່ອນ​ໜ້າ​ນັ້ນ, ການ​ພົບ​ປະ​ 3 ຝ່າຍ​ທີ່​ຄ້າຍຄື​ກັນ​ກໍ່​ຖືກ​ຈັດ​ຕັ້ງ​ຢູ່ ສະ​ວິດ ​ເມື່ອ​ຕົ້ນ​ເດືອນ 12/2012 ຜ່ານ​ມາ, ຫຼັງ​ຈາກ​ນັ້ນ, ອາ​ເມ​ລິ​ກາ ​ໄດ້​ສະ​ເໜີ​ຈັດ​ຕັ້ງ​ການ​ພົບ​ປະ​ຄັ້ງທີ່ 2 ນີ້​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ ຊີຣີ.

ຂ່າວ/ບົດ​ອື່ນ