ອາ​ເມ​ລິ​ກາ ສົ່ງ​ເສີມ​ການ​ເຂົ້າ​​ຮ່ວມອົງ​ການ UNESCO ຄືນ​ໃໝ່

(VOVWORLD) - ກະຊວງການຕ່າງປະເທດ ອາເມລິກາ  ຫາກໍຍື່ນໜັງສືສະເໜີຕໍ່ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ UNESCO ເພື່ອຊຸກຍູ້ເລື່ອງ ປະເທດນີ້ເຂົ້າຮ່ວມອົງການ ນີ້ຄືນໃໝ່ ພາຍຫຼັງທີ່ໄດ້ຖອນຕົວອອກເປັນເວລາ 5 ປີ. 

ວັນທີ 11 ມິຖຸນາ, ສຳນັກຂ່າວສານ AP ໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ອາເມລິກາ  ຫາກໍຍື່ນໜັງສືສະເໜີຕໍ່ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ UNESCO ເພື່ອຊຸກຍູ້ເລື່ອງ ປະເທດນີ້ເຂົ້າຮ່ວມອົງການ ນີ້ຄືນໃໝ່ ພາຍຫຼັງທີ່ໄດ້ຖອນຕົວອອກເປັນເວລາ 5 ປີ. ຖະແຫຼງການຂອງກະຊວງການຕ່າງປະເທດ ອາເມລິກາ ຊີ້ແຈ້ງວ່າ ເລື່ອງ ອາເມລິກາ ເຂົ້າຮ່ວມອົງການ UNESCO ຄືນໃໝ່ ຕ້ອງໄດ້ຮັບການຕົກລົງເຫັນດີຈາກບັນດາສະມາຊິກ ຂອງອົງການນີ້ ໃນປັດຈຸບັນ ແລະ ວໍຊິງຕັນ ເຂົ້າໃຈວ່າ ຄະນະນຳ UNESCO ຈະສົ່ງຄຳສະເໜີຂອງ ອາເມລິກາ ເຖິງບັນດາສະມາຊິກໃນຊຸມວັນຈະມາເຖິງ. ເນື້ອໃນສະເໜີ ແມ່ນຍັງບໍ່ທັນໄດ້ເປີດເຜີຍເທື່ອ. ອາເມລິກາ ແລະ UNESCO ມີສາຍພົວພັນທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກສັບສົນ ໃນ 4 ທົດສະວັດຜ່ານມາ ພາຍຫຼັງໂຕ້ຖຽງກັນຕົ້ນຕໍກ່ຽວກັບບັນດາບັນຫາລະບົບແນວຄິດໃນສົງຄາມເຢັນ ແລະ ການປະທະກັນລະຫວ່າງ ອິດສະຣາແອັນ ກັບ ປາແລັດສະຕິນ ຫວ່າງມໍ່ໆມານີ້.

ຕອບກັບ

ຂ່າວ/ບົດ​ອື່ນ