ອາເມລິກາ, ອິນເດຍ, ບຣາຊິນ ຍັງແມ່ນບັນດາປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດໃນໂລກຍ້ອນໂລກລະບາດໂຄວິດ-19

(VOVWORLD) -ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ຈຳນວນຜູ້ຕິດເຊື້ອລາຍໃໝ່ໃນທົ່ວໂລກປະມານກວ່າ 496.000 ຄົນ ແລະ ມີຜູ້ເສຍຊີວິດກວ່າ 6.500 ຄົນ.
ອາເມລິກາ, ອິນເດຍ, ບຣາຊິນ ຍັງແມ່ນບັນດາປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດໃນໂລກຍ້ອນໂລກລະບາດໂຄວິດ-19 - ảnh 1(ພາບປະກອບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 24 ພະຈິກ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 259 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 5,1 ລ້ານຄົນ.

        ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ຈຳນວນຜູ້ຕິດເຊື້ອລາຍໃໝ່ໃນທົ່ວໂລກປະມານກວ່າ 496.000 ຄົນ ແລະ ມີຜູ້ເສຍຊີວິດກວ່າ 6.500 ຄົນ. ອາເມລິກາ ຍັງແມ່ນປະເທດນຳໜ້າກ່ຽວກັບຜູ້ຕິດເຊື້ອໃໝ່; ເຢຍລະມັນ ຢືນອັນດັບທີ 2; ຖັດຈາກນັ້ນແມ່ນ ອັງກິດ. ໃນຂະນະນັ້ນ, ລັດເຊຍ ສືບຕໍ່ນຳໜ້າກ່ຽວກັບຈຳນວນຜູ້ເສຍຊີວິດລາຍໃໝ່, ຖັກຈາກນັ້ນແມ່ນ ອາເມລິກາ ແລະ ຢູແກຼນ.

        ສັງເກດລວມໃນທົ່ວໂລກ, ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ; ອິນເດຍ ຢືນອັນດັບທີ 2 ແລະ ບຣາຊິນ ຢືນອັນດັບທີ 3.

ຕອບກັບ

ຂ່າວ/ບົດ​ອື່ນ