ອາເມລິກາ ເຊື່ອໝັ້ນຕໍ່ການແກ້ໄຂຄວາມວິຕົກວັງວົນຂອງ ອາເມລິກາ ກ່ຽວກັບຂໍ້ຕົກລົງນິວເຄຼຍ ອີຣານ

(VOVWORLD) - ວັນທີ 6 ພຶດສະພາ, ທ່ານເອກອັກຄະລັດຖະທູດ Kim Darroch ປະກາດວ່າ ອັງກິດ ມີເຈດຈຳນົງເພື່ອແກ້ໄຂບັນດາຄວາມວິຕົກວັງວົນຂອງ ອາເມລິກາ

ທ່ານ Kim Darroch, ເອກອັກຄະລັດຖະທູດ ອັງກິດ ປະຈຳ ອາເມລິກາ ໃຫ້ຮູ້ວ່າ: ອັງກິດ ເຊື່ອໝັ້ນຕໍ່ການແກ້ໄຂຄວາມວິຕົກວັງວົນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ຽວກັບຂໍ້ຕົກລົງນິວເຄຼຍ ອີຣານ ເພື່ອແນໃສ່ສະກັດກັ້ນ ອາເມລິກາ ຖອນອອກຈາກຂໍ້ຕົກລົງປະຫວັດສາດນີ້. ວັນທີ 6 ພຶດສະພາ, ທ່ານເອກອັກຄະລັດຖະທູດ Kim Darroch ປະກາດວ່າ ອັງກິດ ມີເຈດຈຳນົງເພື່ອແກ້ໄຂບັນດາຄວາມວິຕົກວັງວົນຂອງ ອາເມລິກາ, ໃນນັ້ນມີໂຄງການລູກສອນໄຟນຳວິຖີຂອງ ອີີຣານ ແລະ ການແຊກແຊງຂອງ ອີຣານ ເຂົ້າໃນບັນດາການປະທະກັນຢູ່ເຂດຕາເວັນອອກກາງ. ບັນດາບັນຫານີ້ບໍ່ນອນໃນຂໍ້ຕົກລົງນິວເຄຼຍ ທີ່ບັນລຸໄດ້.

        ຂໍ້ຕົກລົງນິວເຄຼຍ ອີຣານ ໄດ້ລົງນາມ ໃນວັນທີ 14 ກໍລະກົດ 2015 ລະຫວ່າງ ອີຣານ ແລະ ກຸ່ມ P5+1 (ອາເມລິກາ, ອັງກິດ, ຝລັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ). ຕາມນັ້ນແລ້ວ, ອີຣານ ຈຳກັດບັນດາການເຄື່ອນໄຫວເສີມທາດ uranium ເພື່ອແລກເອົາເລື່ອງຍົກເລີກບັນດາມາດຕະການລົງໂທດຂອງສາກົນກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງ ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ