ອາເມລິກາ ເລີ່ມຍົກຍ້າຍພົນລະເມືອງອອກຈາກ ຊູດັງ

(VOVWORLD) -ປະຈຸບັນ ຍັງບໍ່ທັນຮູ້ໄດ້ວ່າ ມີພົນລະເມືອງ ອາເມລິກາ ເທົ່າໃດຄົນ ແລະ ລົດເມເທົ່າໃດຄັນໄດ້ຈັດສົ່ງມາຍົກຍ້າຍຈຳນວນຄົນເຫລົ່ານີ້ອອກຈາກ ຊູດັງ ໃນສະພາບການໃຊ້ຄວາມຮຸນແຮງຍັງຄົງສືບຕໍ່ເກີດຂຶ້ນຢູ່ທີ່ນີ້.

ອາເມລິກາ ເລີ່ມຍົກຍ້າຍພົນລະເມືອງອອກຈາກ ຊູດັງ - ảnh 1ອາເມລິກາ ເລີ່ມຍົກຍ້າຍພົນລະເມືອງອອກຈາກ ຊູດັງ. ພາບປະກອບ:AFP/TTXVN

ວັນທີ 29 ເມສາ ລັດຖະບານ ອາເມລິກາ ໄດ້ເລີ່ມຕົ້ນການເຄື່ອນໄຫວຍົກຍ້າຍພົນລະເມືອງຂອງປະເທດນີ້ ອອກຈາກ ຊູດັງ ດ້ວຍທາງບົກ. ຕາມນັ້ນແລ້ວ, ມີລົດຂະບວນຫນຶ່ງຂອງລັດຖະບານ ອາເມລິກາ ໄດ້ຈັດການສົ່ງພົນລະເມືອງ ອາເມລິກາ, ລັດຖະກອນສະຖານທູດອາເມລິກາ ແມ່ນຊາວທ້ອງຖິ່ນ ແລະ ພົນລະເມືອງປະເທດຄູ່ຮ່ວມມື, ພັນທະມິດຂອງ ອາເມລິກາ ໄປເຖິງນະຄອນ Port Sudan ພາກຕາເວັນອອກຂອງປະເທດນີ້ໃນວັນທີ 29 ເມສາ.

ຈຳນວນຄົນເຫລົ່ານີ້ ຫລັງຈາກນັ້ນຈະໄດ້ຫນູນຊ່ວຍຍົກຍ້າຍໄປເຖິງ Jeddah ຢູ່ ອາຣັບບີ ຊາອຸດິ ຊື່ງແມ່ນບ່ອນທີ່ລັດຖະກອນ ອາເມລິກາ ສາມາດຊ່ວຍເຫລືອເຂົາເຈົ້າການບໍລິການຮີບດ່ວນຕ່າງໆ ແລະ ບັນຫາກົງສູນ. ປະຈຸບັນ ຍັງບໍ່ທັນຮູ້ໄດ້ວ່າ ມີພົນລະເມືອງ ອາເມລິກາ ເທົ່າໃດຄົນ ແລະ ລົດເມເທົ່າໃດຄັນໄດ້ຈັດສົ່ງມາຍົກຍ້າຍຈຳນວນຄົນເຫລົ່ານີ້ອອກຈາກ ຊູດັງ ໃນສະພາບການໃຊ້ຄວາມຮຸນແຮງຍັງຄົງສືບຕໍ່ເກີດຂຶ້ນຢູ່ທີ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ