ອາເມລິກາ ແລະ ຫວຽດນາມ ເລີ່ມປະຕິບັດໂຄງການໃຫມ່ເພື່ອແນໃສ່ຫລຸດຜ່ອນມົນລະພິດສິ່ງແວດລ້ອມ

(VOVWORLD) - ໂຄງການໄດ້ປະຕິບັດໃນເວລາ 5 ປີດ້ວຍງົບປະມານຄາດວ່າແມ່ນ 11,3 ລ້ານ usd
ອາເມລິກາ ແລະ ຫວຽດນາມ ເລີ່ມປະຕິບັດໂຄງການໃຫມ່ເພື່ອແນໃສ່ຫລຸດຜ່ອນມົນລະພິດສິ່ງແວດລ້ອມ - ảnh 1ອາເມລິກາ ແລະ ຫວຽດນາມ ເລີ່ມປະຕິບັດໂຄງການໃຫມ່ເພື່ອແນໃສ່ຫລຸດຜ່ອນມົນລະພິດສິ່ງແວດລ້ອມ

ວັນທີ 15 ພະຈິກ, ຢູ່ຮ່າໂນ້ຍ, ຄະນະພະນັກງານການທູດ ອາເມລິກາ ປະຈຳ ຫວຽດນາມ, ຜ່ານອົງການພັດທະນາສາກົນ ອາເມລິກາ (USAID) ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ເລີ່ມປະຕິບັດໂຄງການ: ຫລຸດຜ່ອນມົນລະພິດ ໂດຍອົງການ USAID ອຸປະຖຳ. ໂຄງການໄດ້ປະຕິບັດໃນເວລາ 5 ປີດ້ວຍງົບປະມານຄາດວ່າແມ່ນ 11,3 ລ້ານ usd. ໂຄງການຈະແກ້ໄຂຫຼາຍແຫຼ່ງທີ່ພາໃຫ້ເກີດມົນລະພິດສິ່ງແວດລ້ອມ ພ້ອມທັງເຊື່ອມຕໍ່ກັບບັນດາຄູ່ຮ່ວມມືອື່ນໆເພື່ອຮ່ວມມືກັນມີການກະທຳ ຫລຸດຜ່ອນມົນລະພິດຢູ່ ຫວຽດນາມ.

        ກ່າວຄຳເຫັນທີ່ເຫດການ, ທ່ານນາງ Aler Grubbs, ຫົວໜ້າອົງການ USAID ປະຈຳ ຫວຽດນາມ ຖືວ່າ: ການເລີ່ມປະຕິບັດໂຄງການຫລຸດຜ່ອນມົນລະພິດຈະຊ່ວຍຍົກສູງສະຕິຄວາມຮັບຮູ້ ແລະ ຊຸກຍູ້ບັນດາການເຄື່ອນໄຫວເພື່ອແນໃສ່ຫລຸດຜ່ອນມົນລະພິດສິ່ງແວດລ້ອມ ແລະ ໜູນຊ່ວຍ ຫວຽດນາມ ບັນລຸໄດ້ເປົ້າໝາຍຕ້ານການປ່ຽນແປງຂອງດິນຟ້າອາກາດໃນອະນາຄົດອັນໃກ້ໆນີ້.

ຕອບກັບ

ຂ່າວ/ບົດ​ອື່ນ