ອາເມລິກາກາງແລະສ.ເກົາຫຼີບັນລຸໄດ້FTAລວມ

ອາເມລິກາກາງແລະສ.ເກົາຫຼີບັນລຸໄດ້FTAລວມ - ảnh 1
​ຕູ້​ກົງ​ແທ​ເນີທ່າ​ກ່ຳ​ປັ່ນ ບູ​ຊານ, ສ. ເກົາຫຼີ

(vovworld) –  ​ວັນ​ທີ 16/11, ຢູ່​ນະ​ຄອນຫຼວງ Managua, ປະ​ເທດ Nicaragua, ບັນ​ດ​າ​ປະ​ເທດ ອາ​ເມ​ລິ​ກາ ກາງ, ເຊິ່ງ​ລວມ​ມີ: Nicaragua, Costa Rica, El Salvador, Honduaras, Guatemala, Panam ແລະ ສ. ເກົາຫຼີ ໄດ້​ຮັບ​ຮອງ​ເອົາ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລວມ, ຕາມນັ້ນ​ແລ້ວ​ຈະ​ຍົກ​ເລິກ​ພາ​ສີ​ອາ​ກອນ​ສຳ​ລັບ​ສິນ​ຄ້າ​ສົ່ງ​ອອກ​ຂອງ 2 ຝ່າຍ​ເຖິງ 95%. FTA ໃໝ່​ຈະ​ຊ່ວຍ​ໃຫ້​ຜ​ູ້​ອຸ​ປະ​ໂພກ​ບໍ​ລິ​ໂພກ​ຢູ່ ອາ​ເມ​ລິ​ກາ ກາງ ໄດ້​ສຳ​ພັດ​ກັບ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ຮັບ​ປະ​ກັນ​ຄຸນ​ນະ​ພາບດ້ວຍ​ລາ​ຄາ​ເໝາະ​ສົມ, ສ້າງວຽກ​ເຮັດ​ງານ​ທຳ​ໃໝ່​ຕື່ມ​ອີກ ແລະ ຊຸກ​ຍູ້​ການ​ສົ່ງ​ອອກ​ຂອງ​​ພາກ​ພື້ນ ອາ​ເມ​ລິ​ກາ ກາງ ໄປ​ຍັງ ສ. ເກົາຫຼີ, ​ເຊິ່ງ​ແມ່ນພື້ນ​ຖານ​ເສດ​ຖະ​ກິດ​ຢືນ​ອັນ​ທີ 4 ຢູ່ ອາ​ຊີ. ບັນ​ດາ​ປະ​ເພດ​ສິນ​ຄ້າ​ສົ່ງ​ອອກ​ຕົ້ນ​ຕໍ​ຂອງ​ບັນ​ດາ​ປະ​ເທດ ອາ​ເມ​ລິ​ກາ ກາງຄື: ກາ​ເຟ, ນ້ຳ​ຕານ ແລະ ໝາກ​ໄມ້ ເຂົ້າ​ຕະຫຼາດ ສ. ເກົາຫຼີ ຈະ​ໄດ້​​ຊົມ​ໃຊ້​ອັດ​ຕາ​ພາ​ສີ​ນຳ​ເຂົ້າ​ແມ່ນ 0% ແລະ ພາ​ສີ​ສຳ​ລັບ​ບັນ​ດາ​ຜະ​ລິດ​ຕະ​ພ​ັນ​ອື່ນ​ໆ​ຄື​ຊີ້ນ​ງົວ ແລະ ຊີ້ນ​ໝູ​ຈະ​​ຄ່ອຍໆ​ຫລຸດ​ຜ່ອນ​ອັດ​ຕາ​ພາ​ສີ​ລົງ 0% ​ໃນ​ໄລ​ຍະ 19 ປີ ເພື່ອ​ປົກ​ປ້ອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ພາຍ​ໃນ​ປະ​ເທດ. ດ້ານ​ອື່ນ, ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ຈະ​ຊ່ວຍ​ໃຫ້ ສ. ເກົາຫຼີ ກາຍ​ເປັນ​ປະ​ເທດ ອາ​ຊີ ທຳ​ອິດ​ບັນ​ລຸ​ໄດ້ FTA ກັບ​ກຸ່ມ 6 ປະ​ເທດ ອາ​ເມ​ລິ​ກາ ກາງ ເພື່ອ​ແນ​ໃສ່​ຍາດ​ແຍ່ງ​ທ່າ​ໄດ້​ປ​ຽບ​ໃນ​ບັນ​ດາ​ຕະຫຼາດ ໂອ​ໂຕ ແລະ ​ເຫຼັກ​ກ້າ ຕໍ່​ບັນ​ດາ​ຄູ່​ແຂ່ງ​ແມ່ນ ຈີນ ແລະ ຍີ່​ປຸ່ນ. 


ຂ່າວ/ບົດ​ອື່ນ