ອາເມລິກາສະເໜີສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມດ່ວນກ່ຽວກັບບັນຫາອີຣານ

(VOVWORLD) -ວັນທີ 02 ມັງກອນ, ທ່ານນາງເອກອັກຄະລັດຖະທູດອາເມລິກາ ປະຈຳສະຫະປະຊາຊາດ Nikki Haley ໄດ້ສະເໜີໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ດຳເນີນກອງປະຊຸມດ່ວນເພື່ອປຶກສາຫາລືກ່ຽວກັບສະພາບການອີຣານ.

ອາເມລິກາສະເໜີສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມດ່ວນກ່ຽວກັບບັນຫາອີຣານ - ảnh 1

ທ່ານນາງເອກອັກຄະລັດຖະທູດອາເມລິກາ ປະຈຳສະຫະປະຊາຊາດ Nikki Haley 

(ພາບປະກອບ: AFP/TTXVN)

ກ່າວຄຳເຫັນຕໍ່ໜ້າວົງການນັກຂ່າວຢູ່ສະຫະປະຊາຊາດ, ທ່ານນາງ Nikki Haley ເວົ້າວ່າ, ບັນດາການແຫ່ຂະບວນປະທ້ວງຢູ່ອີຣານ ທີ່ເກີດຂຶ້ນເກືອບຄືວ່າພ້ອມຈຸດເວລາດຽວກັນ ແລະ ເນັ້ນໜັກວ່າ, ອາເມລິກາ ຢາກຊ່ວຍໃຫ້ປະຊາຊົນອີຣານ ມີສຽງເວົ້າແຜ່ລາມໄປກວ່າອີກ.

        ແລະກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guteers ໄດ້ສະແດງຄວາມເສຍດາຍຕໍ່ສະພາບການມີຈຳນວນຜູ້ເສຍຊີວິດເພີ່ມຂຶ້ນໃນບັນດາການແຫ່ຂະບວນປະທ້ວງຕ້ານລັດຖະບານຢູ່ອີຣານ, ພ້ອມທັງຮຽກຮ້ອງປະເທດອິດສະລາມນີ້ ເຄົາລົບສິດຂອງບັນດາຜູ້ແຫ່ຂະບວນປະທ້ວງໂດຍສັນຕິພາບ.

        ກ່າວຄຳເຫັນໂດຍຕາງໜ້າໃຫ້ເລຂາທິການໃຫຍ່ສະຫະປະຊາຊາດ ທີ່ກອງປະຊຸມຂ່າວປະຈຳວັນ ຢູ່ສຳນັກງານສະຫະປະຊາຊາດ, ທີ່ນິວຢອກ, ໂຄສົກສະຫະປະຊາຊາດ Farhan Aziz ຊີ້ແຈ້ງວ່າ “ພວກຂ້າພະເຈົ້າຫວັງວ່າ ມີສິດໄດ້ແຫ່ຂະບວນປະທ້ວງໂດຍສັນຕິພາບ ແລະ ຄວາມຄິດເຫັນຂອງປະຊາຊົນອີຣານ ຈະໄດ້ຮັບການເຄົາລົບ”.

ຕອບກັບ

ຂ່າວ/ບົດ​ອື່ນ